吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ອາ​ເມ​ລິ​ກາ​ແລະ​ອິ​ສ​ຣາ​ແອນ​ຫາ​ລື​ຄວາມ​ເປັນ​ໄປ​ໄດ້​ທີ່​ເຊັນ​ສັນ​ຍາ​ປ້ອງ​ກັນ​ຮ່ວມ

2019-09-15 14:27:14 cri

    ​ວັນ​ທີ 14 ກັນ​ຍາ​ນີ້, ທ່ານໂດໂນດ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ມື້​ດຽວ​ກັນ ທ່ານ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານເບ​ຈາ​ມິນ ເນ​​ທານ​ຢາ​ຮູ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ ເພື່ອ​ຫາ​ລື​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ທີ່​ສອງ​ປະ​ເທດ​ເຊັນ​ສັນ​ຍາ​ປ້ອງ​ກັນ​ຮ່ວມ.
    ນັບ​ແຕ່​ທ່ານ​ທ​ຣຳ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ຕົ້ນ​ມາ, ການ​ພົ​ວ​ພັນ​ອາ​ເມ​ລິ​ກາ-ອິສ​ຣາ​ແອນ​ໄດ້​ຍົກ​ລະ​ດັບ​ຢ່າງວ່ອງ​ໄວ. ​ເດືອນ​ທັນ​ວາ​ປີ 2017, ລັດ​ຖະ​ບານ​ທ​ຣຳ​ບໍ່​ເອົາ​ຫົວ​ຊາ​ນຳ​​ການ​ຄັດ​ຄ້​ານໂດຍ​ທົ່ວ​ໄປ​ຂອງ​ປະ​ຊາ​ຄົມ​ໂລກ, ປະ​ກາດ​ຮັບ​ຮອງ​ເຢ​ລູ​ຊາ​ລາມ​ເປັນ​ນະ​ຄອນ​ຫຼວງອ​ຂງ​ອິ​ສ​ຣາ​ແອນ. ເດືອນ​ພຶດ​ສະ​ພາ​ປີກາຍ​ນີ້, ສະ​ຖາ​ນ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ອິ​ສ​ຣາ​ແອນ​ໄດ້​ຍ້າຍ​ຈາກ​ເມືອງ​ດ​ຣາ​ວິ​ຟ​ໄປ​ຮອດ​ເຢ​ລູ​ສະ​​ເຣມ. ເດືອນ​ມີ​ນາ​ປີ​ນີ້, ທ່ານ​ທ​ຣຳ​ໄດ້ລົງ​ນາມ​ໃນ​ຖະ​ແຫຼງ​ການ​ໂດຍ​ຮັບ​ຮອງວ່າ ອິສ​ຣາ​ແອນ​ມີ​ອະ​ທິ​ປະ​ໄຕ​ຕໍ່ໂນນ​ໂກ​ລານ​ຢ່າງ​ເປັນ​ທາງ​ການ, ​ເຊິ່ງ​ໄດ້ຖືກ​ປະ​ຊາ​ຄົມ​ໂລກ​​ຄັດ​ຄ້ານ ແລະ ກ່າວ​ປະ​ນາມ.

ຄຳ​ເຫັນ

0