覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ເຫັນ​ວ່າ ອາ​ເມ​ຣິ​ກາ​ແລະ​ກຸ່ມ​ຕາ​ລີ​ບັນ​ມີ​ຄວາມ​ຈຳ​ເປັນ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກັນ​ຄືນ​ໃໝ່

2019-09-15 14:07:57 cri

ກົມ​ຖະ​ແຫຼງ​ຂ່າວ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ແຈ້ງ​ຂ່າວ​ວ່າ: ວັນ​ທີ 13ກັນ​ຍາ​ນີ້,ຢູ່​ນະ​ຄອນຫຼວງ​ມົ​ສ​ກູ, ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ​ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຸ່ມ​ຕາ​ລີ​ບັນ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ. ຝ່າຍ​ຣັດ​ເຊຍ​ຢືນ​ຢັນ​ວ່າ ອາ​ເມ​ຣິ​ກາ​ແລະ​ກຸ່ມ​ຕາ​ລີ​ບັນ​ມີ​ຄວາມ​ຈຳ​ເປັນ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ກັນ​ຄືນ​ໃໝ່. ຜູ້​ຕາງ​ໜ້າ​ກຸ່ມ​ຕາ​ລີ​ລັນ​ຢືນ​ຢັນ​ວ່າ ກຸ່ມ​ຕາ​ລີ​ບັນ​ກຽມ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ອາ​ເມ​ຣິ​ກາ.
 

 ນັບ​ແຕ່​ເດືອນ​ຕຸ​ລາ​ປີ 2018 ເປັ​ນ​ຕົ້ນ​ມາ, ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ເລີ່ມ​ຈັດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ກຸ່ມຕາ​ລີ​ບັນ​ຢູ່​ນະ​ຄອນຫຼວງ​ໂດ​ຮາ ປະ​ເທດ​ກາ​ຕາ ເຊິ່ງ​ການ​ເຈ​ລະ​ຈາ​ໄດ້​ດຳ​ເນີນ​ມາ 9 ຮອບ​ແລ້ວ ແລະ​ ຮອບຫຼ້າ​ສຸດ​ກໍ​ໄດ້​ສິ້ນ​ສຸດ​ລົງ​ ​ໃນ​ວັນ​ທີ 1 ກັນ​ຍາ​ຜ່ານ​ມາ ໂດຍ​ສອງ​ຝ່າຍ​ສາ​ມາດ​ບັນ​ລຸສັນ​ຍາສະ​ບັບ​ຮ່າງ​. ແຕ່​ວ່າ ທ່ານ​ໂດ​ໂນ​ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ​ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ທີ 9 ກັນ​ຍາ​ຜ່ານ​ມາ​ວ່າ ,ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ກຸ່ມ​ຕາ​ລີ​ບັນ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ລົ້ມ​ເຫຼວ​ໄປ​ແລ້ວ. ທ່ານໄມ ພົມ​ເພວ,​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ຢືນ​ຢັນ​ຕໍ່​ສື່ມວນ​ຊົນໃນ​ວັນ​ທີ 8 ກັນ​ຍາ​ນີ້​ວ່າ: ເບິ່ງ​ສະ​ພາບ​ໃນ​ປັດ​ຈຸ​ບັນ​ແລ້ວ​ເຫັນ​ວ່າ ການ​ເຈ​ລະ​ຈາ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ກຸ່ມ​ຕາ​ລີ​ບັນ​ໃນ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຢຸດ​ຕິ​ແລ້ວ, ຫວັງ​ວ່າ​ຈະ​ສາ​ມາດ​ຈັດ​ຂຶ້ນ​ຄືນ​ໃໝ່​ໃນ​ຕໍ່​ໜ້າ.

ຄຳ​ເຫັນ

0