曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາບພະຍາດອະຫິວາໝູຍີ່ປຸ່ນລະບາຍຮອດເຂດຄັນໂຕເປັນເທື່ອທຳອິດ

2019-09-15 16:13:42 cri

ສື່ມວນ​ຊົນ​​ຕ່າງໆ​ຄື​ໜັງ​ສື​ພິມອາ​ຊາ​ຮີ ຊິມ​ບູນ​ເປັນ​ຕົ້ນ​ລາຍ​ງານ​ໃນ​ກ່ອນ​ໜ້າ​ນີ້​ບໍ່​ດົນ​ວ່າ, ກະ​ຊວງ​ກະ​ສິ​ກຳ​ປ່າ​ໄມ້​ແລະ​ສັດ​ນ້ຳ​ຍີ່​ປຸ່ນ​ປະ​ກາດ​ວ່າ​ຟາມ​ລ້ຽງ​ໝູ​ແຫ່ງ​ໜຶ່ງ​​ຢູ່​ແຂວງ​ຊາ​ອີ​ຕາ​ມາ​​ໄດ້ເກີດ​ສະ​ພາບ​ພະ​ຍາດ​​ອະ​ຫິ​ວາ​ໝູ. ນີ້​ແມ່ນ​​ຄັ້ງ​ທຳ​ອິດ​ທີ່ ​ພະ​ຍາດ​ອະ​ຫິ​ວາໝູ​, ​ລະ​ບາຍ​ຈາກ​ພາກ​ກາງ​ໄປຮອດ​ເຂດ​ຄັນ​ໂຕ​​ນັບ​ແຕ່​ຍີ່​ປຸ່ນ​ເກີ​ດ​ສະ​ພາບ​ພະ​ຍາດ​ດັ່ງ​ກ່າວ​ເມື່ອ​ເດືອນ​ກັນ​ຍາ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ.

ເດືອນກັນ​ຍາ ປີ2018, ​ຟາມ​ລ້ຽງ​ໝູ​ແຫ່ງ​ໜຶ່ງ​ຢູ່ແຂວງ​ກີ​ຟູ ພາກ​ກາງ​ຍີ່​ປຸ່ນໄດ້​ເກີດ​ສະ​ພາບ​ພະ​ຍາດ​​ອະ​ຫິ​ວາ​ໝູ, ນີ້​ແມ່ນ​ຍີ່​ປຸນ​ເກີດ​ສະ​ພາບ​ພະ​ຍາດ​ດັ່ງ​ກ່າວ​ອີກ​ເທື່ອ​ໜຶ່ງ​ໃນ​ຮອບ 26 ປີ​ຜ່ານ​ມາ.

ຄຳ​ເຫັນ

0