曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີຣານຈະສົ່ງອາຍແກັສທຳມະຊາດໃຫ້ເອີລົບໂດຍຜ່ານຕວກກີ

2019-09-15 16:12:40 cri

ວັນ​ທີ 14 ກັນ​ຍາ​ນີ້, ສື່ມວນ​ຊົນ​ອີ​ຣານ​ລາຍ​ງານ​ວ່າ, ອີ​ຣານ​ພວມ​ເຈ​ລະ​ຈາ​ກັບ​ສະ​ຫະ​ພາບ​ເອີ​ລົບ​ກ່ຽວ​ກັບ​ໂຄງການ​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ​ໃຫ້​ປະ​ເທດ​ເອີ​ລົບ.

ໜັງ​ສື​ພິມ​ເວ​ທີ​ເປິກ​ສາ​ຫາ​ລື​ການ​ທະ​ນາ​ຄານ​ອີ​ຣານ​ອ້າງ​ອີງ​ຄຳ​ເວົ້າ​ຂອງ​ທ່ານ​ຮາ​ຊັນ ມົນ​ຕາ​ເຊ​ໂຕ​ບາ​ຕີ CEO ຂອງ​ບໍ​ລິ​ສັດ​ອາຍ​ແກັ​ສ​ທຳ​ມະ​ຊາດ​ແຫ່ງ​ຊາດ​ອີ​ຣານ​ມາລາຍ​ງານ​ວ່າ, ອີ​ຣານ​​ມີແຜນ​ຈະ​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຂອງ​ປະ​ເທດ​ຕົນ​ໃຫ້​ເອີ​ລົບ​ໂດຍ​ຜ່ານ​​ທໍ່​ຢູ່ໃນ​ຕວກ​ກີ. ທ່ານ​ແນະ​ນຳ​ວ່າ, ປັດ​ຈຸ​ບັນ, ການ​ສ້າງ​ສາ​ພື້ນ​ຖານ​ໂຄງ​ລ່າ​ງ​​ຕອນ​ຢູ່​ອີ​ຣານ​ຂອງ​ໂຄງ​ການ​ນີ້​ໄດ້​​ເຮັດສຳ​ເລັດ, ຖ້າ​ການ​ເຈ​ລະ​ຈາ​ກັບ​ບໍ​ລິ​ສັດ​ກ່ຽວ​ຂ້ອງ​ຂອງ​ເອີ​ລົບ​ໄດ້​ຮັບ​ຜົນ​ສຳ​ເລັດ, ເກຼັກ​ຈະ​ກາຍ​ເປັນ​ໃນ​ແ​ຫຼ່ງ​ເປົ້າ​ໝາຍ​ຂາ​ອອກ​ຂອງ​ອາຍ​ແກັ​ສ​ທຳ​ມະ​ຊາດງວດ​ທຳ​ອິດ​ຂອງ​ອີ​ຣານ.

ຄຳ​ເຫັນ

0