覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂດ​ໂນ​ທ​ຣຳ​ກ່າວ​ວ່າ ລູກ​ຊາຍ​ຂອງ​ບິນ​ລາ​ເດັນ​ຖືກ​ຍິ​ງ​ສັງ​ຫານ​ແລ້ວ

2019-09-15 14:32:38 cri

ວັນ​ທີ 14 ກັນ​ຍາ​ນີ້, ທ່ານ​ໂດ​ໂນ​ທ​ຣຳ ປະ​ທ​າ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ອອກ​ຖະ​ແຫຼງ​ການ​ວ່າ: ຮາມ​ຈາ ບິນ ລາ​ເດັນ ຫົວ​ໂປ່​ຂັ້ນ​ສູງ​ຂອງ​ກຸ່ມ​ອັນ​ໄກ​ດາ, ລູກ​ຊາຍ​ຂອງ​ ໂອ​ຊາ​ມາ ບິນ​ລາ​ເດັນ ໄດ້​ຖືກ​ຍິ​ງ​ສັງ​ຫານ​ແລ້ວ​ໃນ​ການ​ເຄື່ອ​ນ​ໄຫວ​ຕ້ານ​ການ​ກໍ່​ການ​ຮ້າຍ​ຄັ້ງ​ໜຶ່ງ​ທີ່​ອາ​ເມ​ຣິ​ກາ​​ກໍ່​ຂຶ້ນ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ​ແລະ​ເຂດ​ປາ​ກີ​ສະ​ຖານ.
 

  ​ຮາມ​ຈາ ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ກຸ່ມ​ອັນ​ໄກ​ດາ​ໃນ​ເດືອນ​ສິງ​ຫາ​ປີ 2015 ຢ່າງ​ເປັນ​ທາງ​ການ ເຊິ່ງ​ເຄີຍ​ສັ່ງ​ໃຫ້​ຜູ້​ສະ​ໜັບ​ສະ​ໜູນ​ກຸ່ມ​ດັ່ງ​ກ່າວ​ກໍ່​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢູ່​ນະ​ຄອນຫຼວງ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຕ່າງໆ​ທັງ​ຢືນ​ຢັນ​ວ່າ ຈະ​ແກ້​ແຄ້ນ​ຕໍ່​ອາ​ເມ​ຣິ​ກາ​ທີ່​ເປັນ​ຜູ້​ສັງ​ຫານ​ພໍ່​ຕົນ. ໃນ​ຕົ້ນ​ປີ 2017, ອາ​ເມ​ຣິ​ກາ​ໄດ້​ຈັດ​ເອົາ​ ​ຮາມ​ຈາ​​ເຂົ້າ​ໃນ​ບັນ​ຊີພວ​ກ​ກໍ່​ກາ​ນ​ຮ້າຍ​ລະ​ດັບ​ໂລກ ທັງ​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ລາວ.
 

 ເດືອນ​ພຶດ​ສະ​ພາ​ປີ 2011, ໂອ​ຊາ​ມາ ບິນ​ລາ​ເດັນ​ຖືກກອງ​ຕີ​ພິ​ເສດ​ອາ​ເມ​ຣິ​ກາ​ຍິງ​ສັງ​ຫານ​ຢູ່​ປາ​ກີ​ສະ​ຖານ. ​ສື່ມວນ​ຊົນ​​ບາງ​ສຳ​ນັກ​ເຄີຍລາຍ​ງານ​ວ່າ:  ​ຕອນ​ທີ່ໂອ​ຊາ​ມາ ບິນ ລາ​ເດັນ​ຍັງ​ມີ​ຊີ​ວິດ​ຢູ່, ລາວ​​ມີ​ເຈດ​ຈຳ​ນົງ​ບຳ​ລຸງສ້າງ​ຮາມ​ຈາ​​ໃຫ້ເຂົ້າ​ແທນ​ຖາ​ນະ​ຂອງ​ຕົນ.

ຄຳ​ເຫັນ

0