曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮອງປະທານາທິບໍດີອີຣານກ່າວວ່າເປົ້າໝາຍທີ່ອາເມລິກາໃຊ້ແຮງກົດດັນສຸດຂີດແມ່ນເພື່ອເຮັດໃຫ້ອຳນາດການປົກຄອງອີຣານແຕກສະຫຼາຍ

2019-09-15 16:11:06 cri

ສື່ມວນ​ຊົນ​ອີ​ຣານ​ລາຍ​ງານ​ໃນ​ວັນ​ທີ 14 ກັນ​ຍາ​ນີ້ວ່າ, ທ່ານ​ເອ​ຊາກ ຈາ​ຮັນ​ກີ​ລີ ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​​ຜູ້ທີ 1 ຂອງ​ອີ​ຣານ​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ, ເປົ້າ​ໝາຍ​ທີ່​ອາ​ເມ​ລິ​ກາ​ໃຊ້​​ແຮງ​ກົດ​ດັນ​ສຸດ​ຂີດ​ຕໍ່​ອີ​ຣ້ານ​ແມ່ນ​ເພື່ອ​ເຮັດ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ອີ​ຣານ​ແຕກ​ສະ​ຫຼາຍ.

ໃນ​ເດືອນ​ກໍ​ລະ​ກົດ ປີ2015, ອີ​ຣານ​ກັບ 6 ປະ​ເທດ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ບັ​ນ​ຫາ​ນິວ​ເຄຼຍ​ອີ​ຣານ​ກ້າວ​ເຖິງ​ຂັ້ນ​ເຊັນ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຮານ. ອີງ​ຕາມ​ສັນ​ຍາ​ດັ່ງ​ກ່າວ, ອີ​ຣານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​​ວ່າ​ຈະຈຳ​ກັດ​ແຜນ​ການ​ນິວ​ເຄຼຍ​ຂອງ​ຕົນ, ປະ​ຊາ​ຄົມ​ໂລກ​ຈະ​ຍົກ​ເລີກ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​. ເດືອນ​ພຶດ​ສະ​ພາ ປີ 2018, ອາ​ເມ​ລິ​ກາ​ປະ​ກາດ​ວ່າ​ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ, ຕໍ່​ຈາກ​ນັ້ນ​ຟື້ນ​ຟູ​ການ​​ຂວ້ຳ​ບາດຕໍ່​ອີ​ຣານ​ທີ່​ຢຸດ​ຕໍ່​ຍ້ອນສັນ​ຍາ​ດັ່ງ​ກ່າວ​ຢ່າງ​ເປັນ​​ກ້າວໆ. ເພື່ອ​ຕອບ​ໂຕ້, ຫຼັງ​ຈາກ​ເດືອນ​ພຶດ​ສະ​ພາ​ປີ​ນີ້​ເປັນ​ຕົ້ນ​ມາ, ອີ​ຣານ​ໄດ້​ຢຸດ​​ການປະ​ຕິ​ບັດ​​ບາງ​ມາດ​ຕາ​ຂອງ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​ໂດຍ​​ແບ່ງ​ເປັນ 3 ໄລ​ຍະ.

ທ່ານ​ໂດ​​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເຄີຍ​ເວົ້າ​ຫຼາຍ​ເທື່ອ​ວ່າ, ຫວັງ​ໃຫ້​ເຈ​ລະ​ຈາ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານຄືນ​ໃໝ່, ຝ່າຍ​ອາ​ເມ​ລິ​ກາ​ບໍ່​ສະ​ແຫວງ​ຫາ​ການໂຄ່ນ​ລົ້ມ ອຳ​ນາດ​ການ​ປົກ​ຄອງ​ອີ​ຣ​ານ​ໃນ​ປັດ​ຈຸ​ບັນ. ​ແຕ່ຝ່າຍ​ອີ​ຣານ​ຊ້ຳ​ຜັດຄັດ​ຄ້ານ​ການ​ເຈ​ລະ​ຈາ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານຄືນ​ໃໝ່​ຢ່າງ​ເດັດ​ຂາດ, ແລະ​ກ່າວ​ເນັ້ນ​ຫຼາຍ​ເທື່ອ​ວ່າ, ອາ​ເມ​ລິ​ກາ​ກັບ​ຄືນ​ສູ່​ສັນ​ຍ​າ​ນິວ​ເຄຼຍ​ອີ​ຣານ​ແມ່ນ​ປະ​ຖົມ​ປັດ​ໄຈ​ຂອງ​ການ​ສົນ​ທະ​ນາ​ກັນ​ລະ​ຫວ່າງ​ອີ​ຣານ​ກັ​ບ​ອາ​ເມ​ລິ​ກາ.

ຄຳ​ເຫັນ

0