尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ແລະ​ຜູ້​ໂດຍ​ສານ​ຂອງ​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ​ຕ່າງ​ກໍ່ໄດ້​ຫຼຸດ​ລົງ 12,4% ແລະ 11,5%

2019-09-16 11:36:44 cri

ຕາມ​ຂ່າວCRI: ​ອົງ​ການ​ຄຸ້ມ​ຄອງ​ສະ​ໜາມ​ບິນ​ສາ​ກົນ​ຮົງ​ກົງ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ຂໍ້​ມູນ​ໃນ​ວັນ​ທີ 15 ກັນ​ຍາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ປະ​ລິ​ມານ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຂອງ​ສະ​ໜາມ​ບິ​ນສາ​ກົນ​ຮົງ​ກົງ​ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ​ໄດ້​ບັນ​ລຸ 6 ລ້ານ​ເທື່ອ​ຄົນ,ເຊິ່ງ​ໄດ້ຫຼຸດ​ລົງ 12,4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ປະ​ລິ​ມານ​ຖ້ຽວ​ບິນ​ມີ​ 35,655 ພັນ​ຖ້ຽວ,​ຫຼຸດ​ລົງ 3,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ;​ສ່ວນປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ກໍ່​ຫຼຸດ​ລົງ 11,5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
 

​ອົງ​ການ​ດັ່ງ​ກ່າວ​ກ່າວ​ວ່າ: ປະ​ລິ​ມານ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ທີ່​​ຫຼຸດ​ລົງ​ຕົ້ນ​ຕໍ​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ຈຳ​ນວນ​ນັກ​ທ່ອງ​ທ່ຽວຫຼຸດ​ລົງ. ເມື່ອ​ທຽບ​ໃສ່​ເດືອນ​ສິງ​ຫາ​ປີ 2018, ປະ​ລິ​ມານ​ການ​ຂົນ​ສົ່ງ​ຜູ້​ໂດຍ​ສານ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ,ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ໄຕ້​ຫວັນ​ຂອງ​ຈີນ​ໄດ້​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ.
 

ໃນ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ,ເນື່ອງ​ຈາກ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ​ຂອງ​ໂລກມີ​ຄວາມ​ບໍ່​ແນ່ນອນ,ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ​ໄດ້​ຕົກ​ຕ່ຳ​ລົງ​ຢ່າງ​ຕໍ່​ເນື່ອງ,ປະ​ລິ​ມານ​ການ​ສົ່ງ​ຕໍ່​ສິນ​ຄ້າ​ໄດ້​ຫຼຸດ​ລົງ 19% ແລະ​ການນຳ​ເຂົ້າ​ສິນ​ຄ້າ​ໄດ້​ຫຼຸດ​ລົງ 15%. ໃນ​ເຂດ​ການ​ຄ້າ​ທີ່​ສຳ​ຄັນ,ປະ​ລິ​ມານ​ການ​ຂົນ​ສົ່ງ​ສິນ​ຄ້າລະ​ຫວ່າງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ກັບ​ແຜ່ນ​ດິນ​ໃຫຍ່​ຈີນ​ໄດ້​ມີ​ຈັງ​ຫວະ​ຫຼຸດ​ລົງ​ຢ່າງ​ຈະ​ແຈ້ງ.

ຄຳ​ເຫັນ

0