蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“​ຮູບ​ປັ້ນ​ທະ​ຫານ​ແລະ​ມ້າ​ຈິ​ນ​ຊີ​​ຮ່ອງເຕ້” ໄດ້​ວາງ​ສະ​ແດງ​ຢູ່​ປະ​ເທດ​ໄທ

2019-09-16 15:19:33 CRI

​ງານ​ວາ​ງະ​ແດງ “ຈິນ​ຊີ​ຮ່ອງ​ເຕ້-ເຈົ້າ​​ຈັກ​ກະ​ພັດອົງ​ທຳ​ອິດ​ຂອງ​ຈີນ ແລະ ຮູບ​ປັ້ນ​ທະ​ຫານ​ແລະ​ມ້າ” ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊ​າດ​ໄທ​ທີ່​ນະ​ຄອນຫຼວງ​ບາງກອກ​ໃນ​ວັນ​ທີ 15 ກັນ​ຍາ​ນີ້ ໂດຍ​ມີ​ທ່ານ​ວິ​ສະ​ນຸ​ ເຄືອ​ງາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ, ທ່ານ​ອະ​ນຸ​ທິນ ຊານ​ວິ​ຣະ​ກຸນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ, ທ່ານ​ລຸຍ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ ແລະ ທ່ານ​ອື່ນໆ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ ແລະ ເຂົ້າ​ຊົມ​ງານ​ວາງ​ສະ​ແດງ.

ນີ້​ແມ່ນ​ຮູບ​ປັ້ນ​ທະ​ຫານ​ແລະ​ມ້າ ທີ່​ຖືກ​ຂະ​ໜານ​ນາມວ່າ​ເປັນ “ສິ່ງ​ມະ​ຫັດ​ສະ​ຈັນ​​ແຫ່ງທີ 8” ຂອ​ງ​ໂລກ​ໄດ້ວາງ​ສະ​ແດງ​ຢູ່​ໄທ​ເປັນ​ຄັ້​ງ​ທຳ​ອິດ ໂດຍ​ໄດ້​ວາງ​ສະ​ແດງວັດ​ຖຸ​ບູ​ຮານ 86 ​ອັນ, ໃນ​ນັ້​ນ, ວັດ​ຖຸ​ບູ​ຮານ​ລະ​ດັບ 1 ມີ 17 ​ອັນ ເຊິ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຊົນ​ໄທ.

ງານ​ວາ​ງ​ສະ​ແດງ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​​ຈົນເຖິງວັນ​ທີ 15 ທັນ​ວາ​ປີ​ນີ້.

ຄຳ​ເຫັນ

0