尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊາວ​ຈີນ​ໄປ​ທ່ຽວ​ພາຍ​ໃນ​ປະ​ເທດໃນ​ໄລ​ຍະ​ພັກ​ບຸນ​ໄຫວ້​ພະ​ຈັນ​ຂອງ​ຈີນ​ບັນ​ລຸ​105 ລ້ານ​ເທື່ອ​ຄົນ

2019-09-16 11:37:56 cri

ກະ​ຊວງ​​ວັດ​ທະ​ນະ​ທຳແລະ​ການ​ທ່ອງ​ທ່ຽວ​ຈີນ​ໄດ້​ເປີດ​ເຜີຍ​ສະ​ຖິ​ຕິ​ສັງ​ລວມ​ໃນ​ວັນ​ທີ 15 ກັນ​ຍາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ໃນ​ໄລ​ຍະ​ພັກ​ບຸນ​ໄຫວ້​ພະ​ຈັນ​ໃນ​ປີ​ນີ້, ທົ່ວ​ປະ​ເທດ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ຈຳ​ນວນ 105 ລ້ານ​ເທື່ອ​ຄົນ,ເພີ່ມ​ຂຶ້ນ 7,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ; ລາຍ​ຮັບ​ດ້ານ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ບັນ​ລຸ​ 47,28 ຕື້ຢວນ, ເພີ່ມ​ຂຶ້ນ 8,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.
 

ຂ່າວ​ແຈ້ງວ່າ: ຖ້າ​ທຽບ​ໃສ່​​ໄລ​ຍະພັກວັນ​ກຳ​ມະ​ກອນ​ສາ​ກົນ​ແລະ​​ພັກ​​ບຸນຕ່ວນ​ອູ​ຂອງ​ຈີນ​ແລ້ວ, ການ​ທ່ອງ​ທ່ຽວ​ໄລ​ຍະ​ພັກ​ບຸນ​ໄຫວ້​ພະ​ຈັນ​ແບບ​ຄອບ​ຄົວ​ເຊັ່ນ: ພໍ່​ແມ່​ລູກ,ພໍ່​ແມ່​ລູກ​ຫຼານ​ແລະ​ພໍ່​ແມ່​ທີ່​ໄປ​ທ່ຽວ​ນຳ​ກັນ​ໄດ້​ຍົກ​ສູງ​ຂຶ້ນປະ​ມານ 14%,​ການ​ເບິ່ງດວງ​ຈັນ​ແລະການ​ທ່ຽວ,ໃນ​ຍາມ​ລາ​ຕີໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ຈາກ​ປະ​ຊາ​ຊົນ. ​ຕົວ​ເມືອງ​ຕ່າງໆ​ເຊັ່ນ:ເມືອງ​ຊີ່​ອ່ານ,ນະ​ຄອນ​ຈຸ່ງ​ກິ່ງ, ເມືອງ​ເຊ້ຍເໝີນ, ນະ​ຄອນ​ເສີງ​ຕູ່​ເປັນ​ຕົ້ນ​ໄດ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ໃນ​ດ້ານ​ການ​ທ່ອງ​ທ່ຽວ​​ຍາມ​ລາ​ຕີ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາ​ຍ​. ​ມີ​ນັກ​ທ່ອງ​ທ່ຽວ 76,4% ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ “ບຸນ​ໄຫວ້​ພະ​ຈັນ”ຢູ່​ທ້ອງ​ຖິ່ນ. ການ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ແລະ​ການ​ທ່ອງ​ທ່ຽວ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ມີ​ພຽງ​ພໍ,ກິດ​ຈະ​ກຳ​ປ​ະ​ເພ​ນີ​ມີ​ຄວາມ​ອຸ​ດົມ​ສົມ​ບູນ,ການ​​ເບິ່ງດວງ​ຈັນ​ແລະ​ການ​ທ່ຽວໃນ​ຍາມ​ລາ​ຕີໄດ້​ຮັບ​ຄວາມ​ສົນ​ໃຈຫຼາຍ​ຈາກ​ປະ​ຊາ​ຊົນ​ໃນ​ໄລ​ຍະ​ນີ້.

ຄຳ​ເຫັນ

0