尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດ​ບໍ​ລິ​ການ​ການ​ທ່ຽວ​ສະ​ຖາ​ນີ​ກຳ​ແພງ​ເມືອງ​ຈີນ​ຂົ້ວ​ໂລກ​ໃຕ້​ຈີນ

2019-09-16 11:53:37 cri

ຫວ່າງ​ມໍ່ໆ​ມາ​ນີ້, ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຈີນ​ໄດ້​ເລີ່ມ​ເປີດ​ໃຫ້​ບໍ​ລິ​ການ​ຕໍ່ການ​ຮ້ອງ​ຂໍ​ໄປ​ທ່ຽວ​ສະ​ຖາ​ນີ​ສຳ​ຫຼວດ​ແລະ​ຄົ້ນ​ຄວ້າ​ທາງ​ວິ​ທະ​ຍາ​ສາດ​ກຳ​ແພງເມືອງ​ຈີນ​ຂົ້ວ​ໂລກ​ໃຕ້​ຈີນ. ປະ​ຊາ​ຊົນ​​ຈີນຈະ​ສາ​ມາດ​ໄປ​ສຳ​ຜັດ​ກັບ​ທິວ​ທັດ​ທີ່​ສວຍ​ງາມ​ຢູ່​ຂົ້ວ​ໂລກ​ໃຕ້​ໄດ້​ພາຍ​ໃນ​ເວ​ລາ​ອັນ​ໃກ້​ນີ້. ກະ​ຊວງ​ດັ່ງ​ກ່າວ​ໄດ້​ເປີດ​ເຜີຍ “ຄູ່​ມື​ແນະ​ນຳ​ການ​ຮ້ອງ​ຂໍໄປ​ທ່ອງ​ທ່ຽວ​ຢູ່​ສະ​ຖາ​ນີ​ກຳ​ແພງ​ເມືອງ​ຈີນ​ຂົ້ວ​ໂລກ​ໃຕ້”ສະ​ບັບ​ທົດ​ລອງ​ໃນ​ເວັບ​ໄຊ​ຂອງ​ຕົນ,ວິ​ສາ​ຫະ​ກິດ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ດ້ານການ​ທ່ອງ​ທ່ຽວ​ຢູ່​ສະ​ຖາ​ນີ​ດັ່ງ​ກ່າວສາ​ມາດ​ຍື່ນ​ໃບ​ສະ​ເໜີເຖິງ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຈີນ​ໃນ​ໂມງ​ລັດ​ຖະ​ການ​ແຕ່​ວັນ​ທີ 15 ຫາ​ທີ 30 ກັນ​ຍາ​ຂອງ​ທຸກ​ປີ.
 

ສະ​ຖາ​ນີ​ກຳ​ແພງເມືອງ​ຈີນ​ຕັ້​ງ​ຢູ່​ແຫຼມ​ຟີວ​ສທາງ​ພາກ​ຕາ​ເວັນ​ຕົກ​​ຂອງເກາະ​ຄີງ​ຈອດ​ຂອງ​ໝູ່​ເກາະເຊດ​ແລນໃຕ້​ຂອງ​ຂົ້ວ​ໂລກ​ໃຕ້, ຢູ່​ສະ​ຖາ​ນີ​ກຳ​ແພງເມືອງ​ຈີນ,​ຈະສາ​ມາດຫຼຽວ​ຊົມ​ທິວ​ທັດ​ຫິ​ມະ​ແລະ​ລານ​ນ້ຳ​​ກ້າມ​ຢູ່​ເທິງເກາະ​ຄີງ​ຈອດ​ໄດ້​ຢ່າງທີ່​ສວຍ​ງາມ​.
 

​ນັກ​ວິ​ເຄາະ​ຄາດ​ຄະ​ເນ​ວ່າ: ໃນ​ລະ​ດູ​ການທ່ອງ​ທ່ຽວ​ຂົ້ວ​ໂລກ​ໃຕ້​ແຕ່​ປີ 2022 ຫາ​ປີ 2023, ຈຳນວນນັກ​ທ່ອງ​ທ່ຽວ​ຈີນ​ທີ່​ຈະ​ໄປ​ທ່ຽວ​ຢູ່​ຂົ້ວ​ໂລກ​ໃຕ້​ຈະ​​ລື່ນ​ກາຍ​ອາ​ເມ​ຣິ​ກາ,ກາຍ​ເປັນ​ປະ​ເທດ​​ອັນ​ດັບ 1 ທີ່​ມີ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ໄປ​ທ່ຽວ​ຂົ້ວ​ໂລກ​ໃຕ້​ຫຼາຍ​ທີ່​ສຸດ.

ຄຳ​ເຫັນ

0