蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ມີ​ຄວາມ​ສາ​ມາດ​ໂຈ​ມ​ຕີ​ຖານ​ທັບ​ ແລະ ກຳ​ປັ່ນ​ອາ​ເມ​ຣິ​ກາ​ພາຍ​ໃນ​ລັດ​ສະ​ໝີ 2000 ກິ​ໂລ​ແມັດ

2019-09-16 15:14:20 CRI

ຂ່າວ​ສານ​ຕາ​ສ​ນິມ ທີ່​ເປັນ​ຂ່າວ​ສານ​ເຄິ່ງ​ທາງ​ການ​ຂອງ​ອີ​ຣານ​ລາຍ​ງານ​ໃນ​ວັນ​ທີ 15 ກັນ​ຍາ​ນີ້​ວ່າ, ທ່ານ​ອາ​ເມຍ ອາ​ລີ ຮາ​ຈີ​ຊາ​ເດັດ ຜູ້​ບັນ​ຊາ​ການກອງ​​ກຳ​ລັງ​ປ້ອງ​ກັນອາ​ກາດ​ແລະ​ອະ​ວະ​ກາດກ​ຂອງອງ​ກຳ​ລັງ​ປ້ອງ​ກັນ​ການ​ປະ​ຕິ​ວັດ​ອິ​ສ​ລາມ​ອີ​ຣານ​ແຈ້ງ​ໃຫ້​ຮູ້​ໃນ​ມື້​ດຽວ​ກັນ​ວ່າ, ຖານ​ທັບ ແລະ ກຳ​ປັ່ນ​ທັງ​ໝົດ​ຂອງ​ອາ​ເມ​ຣິ​ກາ​ທີ່​ຢູ່​ຫ່າງຈາກ​ອີ​ຣານ​ບໍ່​ເກີນກວ່າ 2000 ກິ​ໂລ​ແມັດ ລ້ວນ​ແຕ່​ຢູ່​ໃນ​​ລັດ​ສະ​ໝີ​ໂຈມ​ຕີ​ຂອງ​ຂີ​ປະ​ນາ​ວຸດ​ອີ​ຣານ.

ທ່ານ​ຮາ​ຈີ​ຊາ​ເດັດ​ກ່າວ​ວ່າ, ພາຍຫຼັງ​ອີ​ຣານ​ໄດ້​ຍິງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ອາ​ເມ​ຣິ​ກາ​ຕົກ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້​ແລ້ວ, ​ກອງ​​ກຳ​ລັງ​ປ້ອງ​ກັນອາ​ກາດ​ແລະ​ອະ​ວະ​ກາດ​ຂອງກອງ​ກຳ​ລັງ​ປ້ອງ​ກັນ​​ການປະ​ຕິ​ວັດ​ອິ​ສ​ລາມ​ອີ​ຣານ​ກໍ​ໄດ້​ເຂົ້າ​ສູ່​ສະ​ພາ​ວະ​ກຽມ​ພ້ອມ​ສູ້​ຮົບ​ໃນ​ລະ​ດັບ​ສູງ, ພ້ອມ​ທີ່​ຈະໂຈມ​ຕີ​ຖານ​ທັບ​ອາ​ເມ​ຣິ​ກາ​ບາງ​ແຫ່ງ​ຢູ່​ເຂດ​ອ່າວ​ເປີ​ເຊຍ ແລະ ກຳ​ປັ່ນ​ອາ​ເມ​ຣິ​ກາ​ທີ່​ປະ​ຈຳ​ຢູ່​ອ່າວ​ອຳ​ມານ. “ຖ້າ​ອາ​ເມ​ຣິ​ກາ​ໂຈມ​ຕີ​ອີ​ຣານ, ພວກ​ເຮົາ​ສາ​ມາດ​ໂຈມ​ຕີ​ເປົ້າ​ໝາຍ​ເຫຼົ່າ​ນີ້.” ໄດ້

ທ່ານ​ຮາ​ຈີ​ຊາ​ເດັດ​ກ່າວ​ຕື່ມ​ວ່າ, ອີ​ຣານ​ໄດ້​ກຽມ​ພ້ອມ​ມາ​ໂດຍ​ຕະຫຼອດ​ເພື່ອ “ສົງ​ຄາມ​ຮອ​ບ​ດ້ານ”.

ຄຳ​ເຫັນ

0