黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມ​ໄວຂອງ​ການ​ເຕີບ​ໂຕ​ໃນ​​ການ​ລົງ​ທຶນດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຈີນ​ເພີ່ມ​ຂຶ້ນ

2019-09-16 16:35:21 ​cri

ຕົວ​ເລກ​ທີ່​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 16 ກັນ​ຍາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ເດືອ​ນ​ມັງ​ກອນ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການ​ລົງ​ທຶນ​ດ້ານ​ຊັບ​ສິນ​ຄົງ​ທີ່​ຂອງ​ທົ່ວ​ປະ​ເທດ​ຈີນ​ໄດ້​ເພີ່ມ​ຂຶ້ນ 5.5% ເມື່ອ​ທຽ​ບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ, ແຕ່​ຕ່ຳ​ກວ່າ​ລະ​ດັບ​ເຕີບ​ໂຕ​ຂອງ​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ 0.2%; ໃນ​ນັ້ນ, ການ​ລົງ​ທຶນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ໄດ້​ເພີ່ມ​ຂຶ້ນ 4.2%, ​ເມື່ອທຽບ​ໃສ່​ຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກໍ​ລະ​ກົດ​ເພີ່ມ​ຂຶ້ນ 0.4%.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ກັນ​ຍາ​ນີ້ທີ່ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ, ທ່ານ​ຟູ້​ລິງ​ຮຸ່ຍ, ໂຄ​ສົກ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ, ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ​ນີ້, ​ໂດຍ​ລວມ​ແລ້ວເສດ​ຖະ​ກິດ​ຈີນ​ໄດ້​​ເຄື່ອນ​ໄຫວ​ຢ່າງ​ໝັ້ນ​ທ່ຽງ, ແລະ​ໄດ້​ຮັບ​ຄວາມ​ຄືບ​ໜ້າ. ຂະ​ນະ​ດຽວ​ກັນ​ນັ້ນ​ກໍ​ຄວນ​ໄດ້​ເຫັນ​ວ່າ: ປັດ​ຈຸ​ບັນ​ປັດ​ໄຈ​ບໍ່​ແນ່ນອນ​ຂອງ​ສ​ະ​ພາບ​ແວດ​ລ້ອມ​ສາ​ກົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ໂຄງ​ປະ​ກອບ​ດ້ານ​ເສດ​ຖະ​ກິດ​ຂອງ​ຈີນ​ມີ​ການ​ພັດ​ທະ​ນາ​ທີ່​ບໍ່​ສົມ​ດຸນ​ກັນ, ສະ​ນັ້ນ​ຈີນ​ໄດ້​ຮັບ​ແຮງ​ກົດ​ດັນ​ທີ່​ເສດ​ຖະ​ກິດ​ຈະ​ຕົກ​ຕ່ຳ​ລົງ.

ຄຳ​ເຫັນ

0