黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຢຍ​ລະ​ມັນ​ກຽມ​ອອກ​ນະ​ໂຍ​ບາຍ​ຫຼາຍ​ຂໍ້​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

2019-09-16 16:35:59 cri

ວັນ​ທີ 15 ກັນ​ຍາ​ນີ້, ​ທ່ານ​ນາງແອງ​ເຈີ​ລາ ເມີ​​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນກ່າວ​ວ່າ, ລັດ​ຖະ​ບານ​ເຢຍ​ລະ​ມັນ​ພວມ​ວາງ​ແຜນ​ຈະ​ອອກ​ນະ​ໂຍ​ບາຍ​ໃໝ່​ຕ່າງໆ, ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ແລະ​ບັນ​ລຸ​ເປົ້າ​ໝາຍ​ຫຼຸດ​ການ​ລະ​ບາຍ​ສິ່ງ​ມົນ​ລະ​ພິດປີ 2030 ຂອງ​ເຢຍ​ລະ​ມັນ.

ທ່ານ​ນາງ​ເມີ​ເຄວ ກ່າວ​ວ່າ, ສຳ​ລັບ​ເຢຍ​ລະ​ມັນ​ແລ້ວ, ການ​ທີ່​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄວນ​ເຈ​ລະ​ຈາ​ແລະ​ປະ​ສານ​ງານ​ກັບ​ປະ​ຊາ​ຄົມ​ໂລກ, ແຕ່​ວ່າ​ກ່ອນ​ອື່ນ​ໝົດ, ​ເຢຍ​ລະ​ມັນ​ຄວນ​ເຮັດ​ວຽກ​ງານ​ຂອງ​ຕົນ​ໃຫ້​ດີ. ທ່ານ​ຊີ້​ໃຫ້​ເຫັນ​ວ່າ, ​ເມື່ອທຽບ​ໃສ່​ກັບ​ເງິນ​ທຶນ​ທີ່​ໃຊ້​ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຕັ້ງ​ໜ້າ, ຄ່າ​ໃຊ້​ຈ່າຍ​ໃນ​ເວ​ລາ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຈະ​ຫຼາຍ​ກວ່າ.

ຕາມ​ແຜນ​ການ, ລັດ​ຖະ​ບານ​ເຢຍ​ລະ​ມັນ​ຈະ​ສຸມ​ໃສ່​ການ​ປຶກ​ສາ​ຫາ​ລື​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ອາ​ທິດ​ໜ້າ, ຄາດ​ວ່າ​ຈະ​ປະ​ກາດ​ນະ​ໂຍ​ບາຍ​ໃໝ່​ໃນ​ວັນ​ທີ 20 ກັນ​ຍາ​ນີ້.

ຄຳ​ເຫັນ

0