蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນ​ງານ​ຮູບ​ເງົາ​ແລະ​ໂທ​ລະ​ພາບອະ​ມະ​ຕະ​ຈີນ​​ເລີ່ມ​ສາຍ​ຢູ່​ນະ​ຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາ

2019-09-16 15:18:08 CRI

图片默认标题_fororder_1agasdfgafgaa

ວັນ​ທີ 14 ກັນ​ຍາ​ນີ້, ພິ​ທີ​ເລີ່ມ​ສາຍ​ຮູບ​ເງົາ​ແລະ​ໂທ​ລະ​ພາບອະ​ມະ​ຕະ​ຈີນໃນ​ຄໍ​ລຳ “ບັນ​ທຶກ​ປະ​ເທດ​ຈີນ”​ ​ເຊິ່ງ​ແມ່ນ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ວິ​ທະ​ຍຸ CRI  ແລະ ສະ​ຖາ​ນີ​ໂທ​ລະ​ພາບ​ສະ​ກາຍ​ເນັດມຽນ​ມາ ຮ່ວມ​ກັນ​ເປັນ​ເຈົ້າ​ພາບ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາ ໂດຍ​ມີ​ທ່ານ​ເຊິນ​ໄຫ້ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ, ທ່ານ​ພີວ​ມິນ​ທຽນ ​ຜູ້​ວ່າ​ການແຂວງ​ຢາງ​ກຸ້ງ, ທ່ານ​ເຢ​ນຽງ ຫົວ​ໜ້າ​ກົມ​​​ໂຄ​ສະ​ນາ​ແລະປະ​ຊາ​ສຳ​ພັນ​ກະ​ຊວງ​ໂຄ​ສະ​ນາ​​ອົບ​ຮົມມຽນ​ມາ ແລະ ແຂກ​ຜູ້​ມີ​ກຽດ​​ທ່ານອື່ນໆ ພ້ອມ​ທັງ​ບຸກ​ຄົນ​ໃນ​ວົງ​ການ​ຕ່າງໆ​ຂອງ​ຈີນ​ແລະ​ມຽນ​ມາ​ເກືອບ 200 ທ່ານເຂົ້າ​ຮ່ວມ.

图片默认标题_fororder_4asdfasrgargasdf.JPG

ຫຼາຍ​ປີ​ມາ​ນີ້, ຈີນ​ແລະ​ມຽນ​ມາ​ໄດ້​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮູບ​ເງົາ ແລະ ​ໂທ​ລະ​ພາບ​ຢ່າງ​ບໍ່​ຢຸດ​ຢັ້ງ, ສອງ​ຝ່າຍ​ບໍ່​ພຽງ​ແຕ່​ໄດ້​ຮ່ວມ​ກັນ​ຖ່າຍ​ທຳ​ລະ​ຄອນ​ໂທ​ລະ​ພາບ​ເທົ່າ​ນັ້ນ, ການ​ຮ່ວມ​ມື​ໃນ​ດ້ານ​ແປ ແລະ ພາກ​ຮູບ​ເງົາ ແລະ ລະ​ຄອນ​ໂທ​ລະ​ພາ​ບ​ລະ​ຫວ່າ​ງ​ສອງ​ຝ່າຍ​ກໍ​ນັບ​ມື້​ນັບຫຼາ​ຍ​ຂຶ້ນ. ຂ່າວ​ແຈ້ງວ່າ, ການ​ສາຍ​​ຮູບ​ເງົາ​ແລະ​ໂທ​ລະ​ພາບ​ໃນຄັ້ງ​ນີ້​ມີ​ທັງລະ​ຄອນ​ໂທ​ລະ​ພາບ​ອະ​ມະ​ຕະ​ຈີນ ເຊັ່ນ: “ເລື່ອງ​ໄຊ​ອິວ” ​ທີ່​ຖ່າຍ​ທຳ​ເມື່ອ​ປີ 1986, “ເລື່ອງ​ສາມ​ກົກ” ​ທີ່​ຖ່າຍ​ທຳ​ເມື່ອ​ປີ 1994 ແລະ ອື່ນໆ ພ້ອມ​ທັງ​ຟີ​ມ​ສາ​ລະ​ຄະ​ດີ​ດີ​ເດັ່ນ​ຕ່າງໆ​ຂອງ​ຈີນ ເຊັ່ນ: “ແລວ​ທາງ​ເ​ຫີ​ຊີ່” ແລະ​ອື່ນໆ ເຊິ່ງ​ຜົນ​ງານ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ຜ່ານ​ການ​ພາກ​ເປັນ​ພາ​ສາ​ມຽນ​ມາ ຫຼື ​ຄຳ​ບັນ​ຍາຍ​ໃນພາ​ສາ​ມຽນ​ມາ ແລ້ວ​ສາຍ​ຢູ່​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ມຽນ​ມາ ແລະ ສະ​ຖາ​ນີ​ໂທ​ລະ​ພາບ​ສະ​ກາຍ​ເນັດ​ມຽນ​ມາ​ຕາມໆ​ກັນ.

图片默认标题_fororder_3asdfgasrgaergasfd.JPG

ຄຳ​ເຫັນ

0