赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນະ​ຄອນ​ອູ​ຮ້ານ​​ອອກ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ຂັ້ນ​ທົ​ເດ​ລອງ​ຂອງ​ລົດ​ອັດ​ສະ​ລິ​ຍະ​ທີ່​ບໍ່​ມີ​ຄົ​ນ​ຂັບ​ໃບ​ທຳ​ອິດ​ໃນ​ທົ່ວ​ປະ​ເທດ​ຈີນ

2019-09-23 11:29:43 cri

图片默认标题_fororder___172.100.100.3_temp_9500049_1_9500049_1_6012_8faefc78-00a4-4c6a-a675-15e19cf40e74

ຕອນ​ເຊົ້າ​ວັນ​ທີ 22 ກັນ​ຍານີ້ ນະ​ຄອນ​ອູ​ຮ້ານ​ຂອງ​ຈີນ​ໄດ້​ອອກ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ຂັ້ນ​ທົດ​ລອງ​ຂອງ​ລົດ​ອັດ​ສະ​ລິ​ຍະ​ທີ່​ບໍ່​ມີ​ຄົນ​ຂັບ​ໃບ​ທຳ​ອິດ​​ໃນທົ່ວ​ປະ​ເທດ​ຈີນ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ລົດ​ຍົນໃນ​ລະ​ບົບ​ເຄືອ​ຂ່າຍ​ອັດ​ສະ​ລິ​ຍະ​ຂອງ​ຈີນ​ປະ​ສ​ບົ​ຜົນ​ສຳ​ເລັດ​ໃນການ​ທົດ​ລອງ​ແລະ​ຖືກນຳ​ໃຊ້​ດ້ານ​ການ​ຄ້າ​ແລ້ວ, ​ລົດ​ຍົນ​ແບບນີ້​ຈະ​ຄ່ອຍໆຖືກນຳ​ໃຊ້​ເຂົ້າ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກົ​ທ່ວ​ໄປ.

ມື້​ດຽວກ​ກັນ ເຂດ​ໂຕ​ແບບ​ໃນ​ການ​ທົດ​ລອງ​ນຳ​ໃຊ້​ລົດ ໃນ​ລະ​ບົບ​ເຄືອ​ຂ່​າຍອັດ​ສະ​ລິ​ຍະ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ທີ່​ນະ​ຄອນ​ອູ​ຮ້ານ ໂດຍ​ວິ​ສາ​ຫະ​ກິດ​ຜະ​ລິດ​ລົດ​ຍົນ 3 ແຫ່ງ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ລ​ກິດ​ລົດ​ອັດ​ສະ​ລິ​ຍະ​ທີ່​ບໍ່​ມີ​ຄົນ​ຂັບ 7 ໃບ​ໃນ​ງວດ​ທຳ​ອິດ ເຊິ່ງ​ບໍ່​ພຽງ​ແຕ່​ສາ​ມາດ​ດຳ​ເນີນ​ການ​ທົດ​ລອງ​ແລ່ນ​ລົດ​ໂດຍ​ບໍ່​ມີ​ຄົນ​ຂັບ​ຢູ່​ຕາມ​ເສັ້ນ​ທາງ​ສາ​ທາ​ລະ​ນະ​ເທົ່າ​ນັ້ນ, ຍັງ​ສາ​ມາດ​ຮັບ​ໃຊ້​ໃນ​ດ້ານ​ທຸ​ລະ​ກິດ​ໄດ້​ອີກ​ດ້ວຍ. ຕາມ​​ແຫຼ່ງ​ຂ່າວ​ແນະ​ນຳ​ໃຫ້​ຮູ້​​ວ່າ ລົດ​ອັດ​ສະ​ລິ​ຍະ​ທີ່​ບໍ່​ມີ​ຄົນ​ຂັບ​ທີ່​ໄດ້​ຮັບ​ໃບ​ທະ​ບຽນງວດ​ທຳ​ອິດ​ຈະ​ສາ​ມາດນຳ​ໃຊ້​ທາງທຸ​ລະ​ກິດ​ໄດ້​ຢູ່​ຕາມ​ເສັ້ນ​ທາງ​ທົດ​ລອງ​ທີ່​ມີ​ຄວາມ​ຍາວ 28 ກິ​ໂລ​ແມັດໃນ​ເຂດ​​ໂຕ​ແບບ​ທີ່​ກຳ​ນົດ​ໄວ້​ໃນ​ລະ​ບົບ​ເຄືອ​ຂ່າວ​ອັດ​ສະ​ລິ​ຍະ​ແຫ່ງ​ຊາດ​ທີ່​ນະ​ຄອນ​ອູ​ຮ້ານ.

ຄຳ​ເຫັນ

0