黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊີ່ງສະ​ໜອງຄວາມ​ສະ​ດວກ​ສະ​ບາຍ​ຂອງ​ຜູ້​ໂດຍ​ສານ

2019-09-24 15:26:26 cri

ຜ່ານ​ການ​ທົດ​ສອບ​ທຸກ​​ຂັ້ນ​ຕອນ 5 ຮອບ​ແລ້ວ, ລະ​ບົບ​ກວດ​ຄົນເຂົ້າ​ອອກ​ເມືອງ​ທີ່​ສະ​ໜາມ​ບິນ​ສາ​ກົນ​ຕ້າ​ຊີ່ງ​ປັກ​ກິ່ງ​ໄດ້​ສຳ​ເລັດ​ການກວດ​ກາທາງ​ດ້ານ​ເຕັກ​ນິກ​ຕາມ​ມາດ​ຕະ​ຖານ​ການ​ວັດ​ແທກ​ຕົວ​ເລກ​ດັດ​ຊະ​ນີ​ທຸກ​ປະ​ການ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 18 ກັນ​ຍາ​ນີ້,ຄາ​ດ​ວ່າ​ຈະ​ເລີ່ມ​ໃຫ້​ບໍ​ລິ​ການ​ໃນ​​ອີກ​ບໍ່​ດົນ​ນີ້.ດ່ານກວດ​ຄົນເຂົ້າ​ອອກ​ເມືອງ​ແບບ​ອັດສະ​ລິ​ຍະ​ແລະ​ອັດ​ຕະ​ໂນ​ມັດ​​ໃນລະ​ດັບ​ສູງ​ສຸດພາຍ​ໃນ​ປະ​ເທດ​​ໃນ​ປັດ​ຈຸ​ບັນຈະ​ເຮັດ​ໃຫ້​ຜູ້​ໂດຍ​ສານ​ສາ​ມາດ​ເຂົ້າ​ອອກ​ເມືອງ​​ແລະຜ່ານ​ດ່ານ​​​ຢ່າງ​ສະ​ດວກ​ສະ​ບາຍແລະ​ງ່າຍ​ດາຍກວ່າ​ເກົ່າ.

ໃນ​ຂັ້ນ​ຕອນ​ເຂົ້າ​ເມືອງ,ໄດ້​​ຕິດຕັ້ງ​ອຸ​ປະ​ກອນກວດ​ກາ​ພະ​ຍາດແລະ​ກັກ​ກັນ​ພືດ​ແບບ​ອັດ​ສະ​ລິ​ຍະ​ທີ່​ກ້າວ​ໜ້າ​ທີ່​ສຸດ​ 30 ກວ່າ​ເຄື່ອງ,ໄດ້​ໃຊ້​ເຕັກ​ໂນ​ໂລ​ຊີ​ທາງ​ດ້ານ​ວິ​ທະ​ຍາ​ສາດທີ່​ກ້າວ​ໜ້າ​ຫຼາຍ​ລາຍ​ການ​ເຊັ່ນ:ສະ​ແກນ​ໃບ​ໜ້າ​ແລະ​ອື່ນໆ,ພຽງ​ແຕ່​​ໃຊ້​ເວ​ລາ 3-4 ວິ​ນາ​ທີ​ກໍ່​ສາ​ມາດ​ຜ່ານ​ດ່ານ​ໄດ້.ໃນ​ເວ​ລາຮັບ​ເອົາ​ກະ​ເປົາ​ເດີນ​ທາງ​ກໍ່​ງ່າຍ​ດາຍ,ເນື່ອງ​ຈາກ​ຢູ່​ດ່ານ​​ໃນ​ສະ​ໜາມ​ບິນ​ນີ້ໄດ້​ໃຊ້​ອຸ​ປະ​ກອນກວດ​ກາ CT ລຸ້ນ​ໃໝ່,ຖ້າ​ຢູ່​ໃນ​ກະ​ເປົາ​ເດີນ​ທາງ​ຂອງ​​ຜູ້​ໂດຍ​ສານ​ບໍ່​ມີ​ສິ່ງ​ເກືອດ​ຫ້າມ,ຫຼັງ​ຈາກ​ໄດ້​ຮັບ​ກະ​ເປົາ​ເດີ​ນ​ທາງ​​ແລ້ວຈະ​ສາ​ມາດ​ຜ່ານ​ດ່ານ​ໄດ້​ເລີຍ​ແລະ​ວ່ອງ​ໄວ.

ຄຳ​ເຫັນ

0