赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ພ້ອມ​ກັບ​ຜູ້​ນຳ​ພັກ​ລັດ​ຈີນ​ທ່ານ​ອື່ນໆ​ວາງ​ພວງ​ມາ​ລາ​ເພື່ອ​ລະ​ນຶກ​ເຖິງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ການ​ປະ​ຕິ​ວັດ

2019-09-30 14:08:33 cri

 

ວັນ​ທີ 30 ກັນ​ຍາ​ນີ້ ແມ່ນ​ວັນ​ລະ​ນຶກ​ເຖິງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ການ​ປະ​ຄ​ຄິ​ວັດ​ຕາມ​ກົດ​ໝາຍ​ຂອງ​ຈີນ. ຕອນ​ເຊົ້າ​ມື້ນີ້ ພິ​ທີ​​ວາງ​ພວງ​ມາ​ລາ​ເພື່ອ​ລະ​ນຶກ​ເຖິງ​ວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ການ​ປະ​ຕິ​ວັດ​ໄດ້​ຈັດ​ຂຶ້ນ​ຢູ່​ທີ່​ສະ​ໜາມ​ຫຼວງ​ທຽນ​ອານ​ເມີນ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ພ້ອມ​ກັບ​ຜູ້​ນຳ​ພັກ​ລັດ​ຈີນ​ທ່ານ​ອື່ນໆ ແລະ​ຜູ້​ຕາງ​ໜ້າ​ປະ​ຊາ​ຊົນ​​ໃນວົງ​ການ​ຕ່າງໆ​ຂອງ​ນະ​ຄອນ​ຫຼວງ 4 ພັນ​ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີດັ່ງ​ກ່າວ ເພື່ອ​ໄວ້​ອາ​ໄລ​ເຖິງດວງວິນ​ຍານ​ຂອງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະຊີ​ວິດ​ເພື່ອ​ການ​ປະ​ຕິ​ວັດ ແລະ​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ແລະ​ລ​ປະ​ເທດ​ຊາດ​ຈາ​ລຶກ​ບຸນ​ຄຸນ​ຕໍ່​ວິ​ລະ​ຊົນ​ທັງ​ຫຼາຍ.

ປີນີ້​ແມ່ນ​ປີ​ຄົບ​ຮອບ 70 ປິ​ແຫ່ງ​ການ​ສະ​ຖາ​ປະ​ນາ ສ​ປ ຈີນ. ອີງ​ຕາມ​ສະ​ຖິ​ຕິ​ທີ່​ບໍ່​ຄົບ​ຖ້ວນ, ໄດ້​ມີ​ວິ​ລະ​ຊົນ​ປະ​ມານ  20 ລ້ານ​ຄົນໄດ້​ເສຍ​ສະ​ຫຼະ​ເພື່ອ​ຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ, ​ເພື່ອ​ປົດ​ປ່ອຍ​ປະ​ຊາ​ຊົນ, ​ເພື່ອຄວາມ​ຮັ່ງ​ມີ​ເຂັ້ມ​ແຂງ​ຂອງ​ປະ​ເທດ​ຊາດ ແລະ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ຂອງ​ປະ​ຊາ​ຊົນ. ສະ​ນັ້ນ ເດືອນ​ສິງ​ຫາ​ປີ 2014 ຈີນ​ໄດ້​ກຳ​ນົດ​ໃຫ້​ວັນ​ທີ 30 ກັນ​ຍາ​ຂອງ​ທຸກໆ​ປີ​ເປັນ​ວັນ​ລະ​ນຶກເຖິງວິ​ລະ​ຊົນຜູ້​ເສຍ​ສະ​ຫຼະ​​ຊີ​ວິດ​ເພື່ອ​ການ​ປະ​ຕິ​ວັດຕາມ​ກົດ​ໝາຍ. ເຊິ່ງມື້​ດັ່ງ​ກ່າວ, ຈີນ​ຈະ​ຈັດ​ກິດ​ຈະ​ກຳ​ລະ​ນຶກ​ເຖິງວິ​ລະ​ຊົນ​ທັງ​ຫຼາຍ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ນັ​ບ​ຖື​ແລະ​ປະ​ເທ​ດ​ຊາດ​ຈາ​ລຶກ​ບຸນ​ຄຸນ​ຕໍ່​ວິ​ລະ​ຊົນ​ທັງ​ຫຼາຍ, ​ນ້ຳ​ໃຈ​ຂອງວິ​ລ​ະ​ຊົນ​ໄດ້ຖືກ​ຈົດ​ຈຳ​ໄວ້​ຊົ່ວ​ກາ​ລະ​ນານ. ເດືອນ​ເມ​ສາ 2018 ຈີນ​ໄດ້​ຜ່ານ​ຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ຢ່າງ​ເປັນ​ທາງ​ການ ໂດຍ​ຕົກ​ລົງ​ກຳ​ນົດ​ເອົາ​ວັນ​ທີ 30 ກັນ​ຍາ​​ຂອງ​ທຸກທຸກ​ປີ​ເປັນ​ວັນ​ລະ​ນຶກ​ເງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ, ເຊິ່ງ​ຈະ​ຈັດ​ພິ​ທີ​ລະ​ນຶກ​ຢູ່​ຕໍ່​ໜ້າ​ອະ​ນຸ​ສາ​ວະ​ລີເພື່ອ​ລະ​ນຶກວິ​ລະ​ຊົນ​ປະ​ຊາ​ຊົນ​ທີ່​ສະ​ໜາມ​ຫຼວງ​ທຽນ​ອານ​ເມີນ​ນະ​ຄອນ​ຫຼວງ​ປັກ​ກິ່ງ ເພື່ອ​ໄວ້​ອາ​ໄລ​ເຖິງດວງວິນ​ຍານ​ຂອງວິ​ລະ​ຊົນ​ຜູ້​ເສຍ​ສະ​ຫຼະ​ທັງ​ຫຼາຍ.

ກ່ອນ​ພິ​ທີ​​ວາງ​ພວງ​ມາ​ລາ​ປີນີ້, ທ່ານ​ສີ​ຈິ້ນ​ຜິງ ພ້ອມ​ດ້ວຍ​ການ​ນຳ​ພັກ​ລັດ​ທ່ານ​ອື່ນ​ໆ​ໄດ້​ເດີນ​ທາງ​ໄປ​ຫໍ​ລະ​ນຶກ​ຂອງ​ທ່ານ​ປະ​ທານ​ເໝົາ​ເຈີ​ຕົງ ເພື່ອ​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່​ສະ​ຫາຍ​ເໝົາ​ເຈີ​ຕົງ ທີ່​ເປັນ​ຜູ້​ໃຫ້​ກຳ​ເນີດກ​ອງ​ທັບ​ປົດ​ປ່ອຍ​ປະ​ຊາ​ຊົນ​ຈີນ ແລະ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ​ແລະ​ໄວ້​ອາ​ໄລ​ເຖິງດວງວິນ​ຍານ​ຂອງ​ສະ​ຫາຍ​ເໝົາ​ເຈີ​ຕົງ​ແລະ​ນັກ​ປະ​ຕິວັດດ​ອາ​ວູ​ໂສ​ທ່ານ​ອື່ນໆ​ຢ່າງ​ເລິກ​ເຊິ່ງ.

ຄຳ​ເຫັນ

0