徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນເດີນ​ທາງ​ໄປຢ້ຽມ​ຢາມ​ຢູ່​ສະ​ຖານ​ທີ່​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ແຂວງ​ອຸ​ດົມ​ໄຊ

2019-09-30 11:20:52 cri

ວັນ​ທີ 29 ກັ​ນ​ຍາ​ນີ້, ທ່ານ​ຈຽງ ຈ້າຍ ດົ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ​ໄດ້​ເດີນ​ທາງ​ໄປ​ເຮັດ​ວຽກ​ຢ້​ຽມ​ຢາມສະ​ຖານ​ທີ່​ກໍ່​ສ້າງ​ທາ​ງ​ລົດ​ໄຟ​ຈີນ​ລາວທີ່​ແຂວງ​ອຸ​ດົມ​ໄຊ​​ທາງພາກ​ເໜືອ​ລາວ, ໃນ​ໂອ​ກາດ​ດັ່ງ​ກ່າວ​ທ່ານ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ພະ​ນັກ​ງານ​ກຳ​ມະ​ກອນ​ກໍ່​ສ້າງ​ທັງ​ໝົດແລະໄດ້ກ່າວ​ອວຍ​ພອນເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ຈີນ​ຕໍ່​ກຳ​ມະ​ກອນ​ທັງ​ຫຼາຍ.

图片默认标题_fororder_0930_2

ທ່ານ​ຈ່ຽງ ຈ້າຍ ດົ່ງ​ໄດ້​​ໄປທັດ​ສະ​ນະ​ສຶກ​ສາ​ເກັບ​ກຳ​ສະ​ພາບ​ການ​ກໍ່​ສ້າງ​ຂອງ​ສະ​ຖາ​ນີ​ລົດ​ໄຟ​ເມືອງ​ໄຊ​ແລະ​ທາງ​ອຸ​ໂມງ​ຂອງ​ພູ​ພູ​ວີດ , ໄດ້​ແລກ​ປ່ຽນຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກັບ​ບັນ​ດາ​ກຳ​ມະ​ກອນ​ທັງ​ຫຼາຍ. ທ່ານ​ຈ່ຽງ ຈ້າຍ ດົ່ງ​ກ່າວ​ວ່າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜີງ​ເຄີຍ​​ໃຫ້​ທິດ​ຊີ້​ນຳ​ພວກ​ເຮົາ​ວ່າ,  ການ​ບັນ​ລຸ​ຄວາມ​​ໄຟ​ຝັນ​ເພື່ອ​ຟື້ນ​ຟູ​ຄວາມຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊົນ​ຊາດ​ຈີນ, ​ບໍ່​ແມ່ນ​ຈະ​​ບັນ​ລຸ​ໄດ້ຢ່າງ​ງ່າຍດາຍ​ແລະ​ແບບ​ຕີ​ຄ້ອງ​ຮ້ອງວ່າ​ປາວ​ກໍ​ພໍ, ການ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຢ່າງ​ຍິ່ງ​ໃຫຍ່​ຕ້ອງ​ການ​ການ​ສູ້​ຊົນ​ຢ່າງ​ຍິ່ງ​ໃຫຍ່. ສະ​ຖາ​ນະ​ການ​ໂລກ​ໃນ​ປະ​ຈຸ​ບັນ​ມີ​ການ​ຜັນ​ແປງ​ຢ່າງ​ສັບ​ສົນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຮອບ 100 ປີ​ຜ່ານ​ມາ, ການ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ໝັ້ນ​ທ່ຽງ​ໃນການ​ປະ​ຕິ​ຮູບ​​ແລະ​ເປີດ​ປະ​ຕູ​ສູ່​ໂລກ​ພາຍ​ນອກຂອງ​ພວກ​ເຮົາ​ພົບຄວາມ​ຫຍຸ້ງ​ຍາກ​ຫຼາຍ. ດັ່ງ​ນັ້ນ​ຈຶ່ງຮຽກ​ຮ້ອງ​ໃຫ້​ພວກ​ເຮົາທັງ​ຫຼາຍ​ຕ້ອງ​ເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ສູ້​ຊົນຜ່ານ​ຜ່າ, ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ສູ້​ຊົນ, ເພື່ອບັນ​ລຸໄຊ​ຊະ​ນະ​ໃນ​ທີ່​ສຸດ. ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​​ເຮັດ​ວຽກ​ກ່ຽວ​ກັບ​ການຮ່ວມ​ມື​ກັບ​ຕ່າງ​ປະ​ເທດ, ມີ​ສະ​ພາບ​ແວດ​ລ້ອມ​ທີ່​ພິ​ເສດ​ຫຼາຍ, ມີ​ເງື່ອນ​ໄຂ​ຫຍຸ້ງ​ຍາກ​ຫຼາຍ, ຍິ່ງ​ຕ້ອງການ​​ແຮງ​ໃຈ​ແຮງ​ກາຍ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຢ່າງ​ເຂັ້ມ​ແຂງ, ຕ້ອງຮັບ​ປະ​ກັນ​ໃຫ້​ທາງ​ລົດ​ໄຟ​ລາວ-ຈີນ​ແລະ​ໂຄງ​ການ​ທີ່​ສຳ​ຄັນ​ອື່ນໆ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ສ​ະ​ດວກ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງ​​ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​​ຈີນ-ລາວ.

图片默认标题_fororder_0930_1

ສຸດ​ທ້າຍທ່ານ​ຈ່ຽງ ຈ້າຍ ດົ່ງໄດ້​ຮຽກ​ຮ້ອງ​ໃຫ້​​ຖືເອົາການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ​ເພື່ອ​ຕ້ອນ​ຮັບ​ວັນ​ຊາດ​ຈີນ​ຢ່າງ​ຄຶກ​ຄື້ນ​ເປັນ​ວຽກ​ທີ່​ສຳ​ຄັນ​ທີ່​ສຸດແລະ​​ປະ​ຕິ​ບັດ​ໃຫ້​ໄດ້ດີ. ດ້ວຍ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂ​ອງ​ແຕ່​ລະ​ຝ່າຍ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີ​ງາມໃຫ້​ແກ່​ການ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ​ພາຍ​ໃນ​ປະ​ເທດ​ຢ່າງ​ສະ​ດວກ.

ຄຳ​ເຫັນ

0