蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ ແລະ ຊາວ​ຈີນ​ຕ່າງ​ດ້າວໄດ້​ຮ່ວມ​ກັນ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ

2019-10-02 16:26:49 CRI

ວັນ​ທີ 1 ຕຸ​ລາ​ນີ້, ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ, ນັກ​ສຶກ​ສາ​ຈີນ​ທີ່​ຮຽນ​ຢູ່​ຟີ​ລິບ​ປິນ ແລະ ຊາວ​​ຟີ​ລິບ​ປິນ​ເຊື້ອ​ສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ໄດ້​ຈັດກິດ​ຈະ​ກຳ​ຕ່າງໆ ເພື່ອສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ ສ​ປ ຈີນ​ຄົບ​ຮອບ 70 ປີ

ຕອນ​ເຊົ້າ​ມື້​ດຽວ​ກັນ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ​ໄດ້​ຈັດ​ພິ​ທີ​ຊັກ​ທຸງ​ຊາດ​ຂຶ້ນ​ເສົາ, ເຈົ້າ​ໜ້າ​ທີ່​ການ​ທູດ ແລະ ສື່ມວນ​ຊົນ​ຈີນ​ໄດ້​ເຂົ້າ​ຮ່ວມ ແລະ ຮ້ອງ​ເພງ “ຂ້ອຍ​ກັບ​ປະ​ເທດ​ຊາດ​​ຂອງຂ້ອຍ” ຮ່ວມ​ກັນ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຊາດ. ພາຍຫຼັງ​ພິ​ທີ​ສິ້ນ​ສຸ​ດ​ລົງ​ແລ້ວ, ສະ​ຖານ​ທູດ​ຍັງ​ໄດ້​ຈັດ​ໃຫ້​ມີ​ການ​ເບິ່ງພິ​ທີ​ສວນ​ສະ​ໜາມ ແລະ ການ​ແຫ່​ຂະ​ບວນ​​ຂອງມວນ​ຊົນ ພ້ອມ​ທັງ​ຮຽນ​ຮູ້​ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​ທີ່​ກ່າວໃນ​ພິ​ທີ​ສະຫຼອງ​ວັນ​ຊາດ.

ມື້​ດຽວ​ກັນ, ນັກ​ສຶກ​ສາ​ຈີນ​ທີ່​ຮຽນ​ຕໍ່​ຢູ່​ຟີ​ລິບ​ປິນ​ກໍ​ໄດ້ຈັດ​ຕັ້ງ​ເບິ່ງ​ພິ​ທີ​ສວນ​ສະ​ໜາມ​​ເຊັ່ນ​ກັນ.

ຄຳ​ເຫັນ

0