吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກຄົນ​ວົງ​ການ​ກົດໝາຍ​ອາ​ເມຣິກາ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ກົດໝາຍ​ຫ້າມ​ໃຊ້​ໜ້າ​ກາກ

2019-10-06 16:46:03 cri

ວັນ​ທີ 5 ຕຸລາ​ນີ້, ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​​ເລີ່​ມຈັດ​ຕັ້ງ​ປະຕິບັດ “ກົດໝາຍຫ້າມ​​ໃຊ້​ໜ້າ​ກາກ” ຢ່າງ​ເປັນ​ທາງ​ການ, ກ່ຍວກັບ​ບັນຫາ​ນີ້ ບຸ​ກຄົນວົງ​ການ​ກົດໝາຍ​ອາ​ເມຣິກາ​ຫຼາຍ​ທ່ານ​ໄດ້​​ແນະນຳ​ວິທີ​ຮັບ​ມື​ກັບ​ບັນຫາ​ແບບ​ນີ້ຂອງ​ຕຳຫຼວດ​ອາ​ເມຣິກາ, ​ໂດຍ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ກົດໝາຍດັ່ງກ່າວ​ຈະ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ສັງຄົມ​ຮົງ​ກົງ, ຂໍ​ກະ​ແຈ​ໃນ​ປະຈຸ​ບັນ​ແມ່ນ​ຕ້ອງເພີ່ມ​ທະວີການຈັດ​ຕັ້ງ​ປະຕິບັດ​ກົດໝາຍ.

ທ່ານ​​ເຕີ້ງ​ຮົງ ທະນາຍ​ຄວາມອາດຍາ​ຂອງ​ສານກາ​ລິ​ໂຟ​ເນຍອາ​ເມຣິກາ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ກົດໝາຍ​ອາ​ເມຣິກາ​ຮຽກຮ້ອງ​ປະຊາຊົນຕ້ອງ​ສົມທົບ​ກັບ​ການ​ປະຕິບັດ​ກົດໝາຍ​ຂອງຕຳຫຼວດ. “ກົດໝາຍ​ອາດຍາ” ຂອງ​ລັດ​ກາ​ລິ​ໂຟ​ເນຍມາດຕາ​ທີ 182 ​ແລະ 185 ​ໄດ້ລະບຸ​ໄວ້​ຢ່າງ​ຈະ​ແຈ້ງ​ວ່າ: ຫ້າມບໍ່​ໃຫ້​ປະຊາຊົນ​ກີດຂວາງການຈັດ​ຕັ້ງ​ປະຕິບັດ​ກົດໝາຍຂອງຕຳຫຼວດ, ຫ້າມ​ບໍ່​ໃຫ້ໃຊ້ສິ່ງ​ໃດໆ​ບັງໜ້າ​ເພື່ອ​ຫຼີກ​ເວັ້ນ​ການສືບສວນ ​ແລະການ​ຈັບ​ຕົວ​ຂອງ​ຕຳຫຼວດ.

ທ່ານ​ຫຼີມີ​ງ​ເຊີງ ອະດີດຫົວໜ້າພະ​ແນ​ກພົວພັນ​ສາກົນ​ຂອງ​ກົມຕຳຫຼວດ​ໂລ​​ແອນ​ເຈີ​ເລິ​ສທີ່​​​​ເຮັດ​ວຽກຕຳຫຼວດ​ເປັນ​ເວລາ 30 ປີ​ຢູ່​ອາ​ເມຣິກາ​ໄດ້​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ປະຊາຊົນ​ອາ​ເມຣິກາ​ມີ​ສິດ​ໃນ​ການ​ປະ​ທ້ວງ ​ແຕ່​ຕ້ອງ​​ໃຫ້ຖືກ​ຕ້ອງຕາ​ມກົດໝາຍ. ຜູ້​ປະ​ທ້ວງ​ຄວນ​ຮ້ອງ​ຂໍ​ໃບ​ອະນຸຍາດ​ຈາກກົມຕຳຫຼວດ​ກ່ອນ. ຕຳຫຼວດ​ຈະ​ບອກ​ຢ່າງ​ລະອຽດ​ກ່ຽວ​ກັບ​ວ່າ​ເລື່ອງ​ໃດ​ແມ່ນ​ຫ້າມ​ບໍ່​ໃຫ້​ເຮັດ, ​ໃນ​ນັ້ນ​​ລວມທັງການ​ຫ້າມບໍ່​ໃຫ້​ບັງ​ໜ້າ​ເພື່ອ​ຫຼີກ​ເວັ້ນ ຫຼື ສະກັດ​ກັ້ນ​ບໍ່​ໃຫ້​ຕຳຫຼວດຊອກຣູ້ຖານະ​ຂອງ​ຜູ້ກ່ຽວ ​ເຊິ່ງ​ເປັນ​ເລື່ອງ​ທີ່​ຕຳຫຼວດ​ເດັດຂາດ​ຈະ​ບໍ່​ອະ​ນາ​ຍາດ.

ຄຳ​ເຫັນ

0