尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິ້ນ​ສຸດການ​ເຈ​ລະ​ຈາ​ລະ​ຫວ່າງ​ອາ​ເມ​ຣິ​ກາ-ສ​ປ​ປ​ເກົາ​ຫຼີ

2019-10-06 16:04:38 cri

ຕາມ​ຂ່າວCRI: ວັນ​ທີ 5 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ,ຜູ້​ຕາງ​ໜ້າ​ລັດ​ຖະ​ບານ​ສ​ປ​ປ​ເກົາ​ຫຼີ​ແລະ​ອາ​ເມ​ຣິ​ກາ​ໄດ້​ພົບ​ປະ​ກັນ​ຢູ່​ນະ​ຄອນ​ຫຼວງ​ສະ​ໂຕກ​ໂຄມ​ແຫ່ງ​ຊູ​ແອັດ,ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ດ້ານ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ.
 

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກ່າວ​ໃນ​ວັນ​ທີ 5 ຕຸ​ລາ​ນີ້​ວ່າ: ຜູ້​ຕາງ​ໜ້າ​ອາ​ເມ​ຣິ​ກາ​ແລະ​ສ​ປ​ປ​ເກົາ​ຫຼີ​ໄດ້​ເຈ​ລະ​ຈາກັນ​ເປັນ​ຢ່າງ​ດີ,ອາ​ເມ​ຣິ​ກາ​ຍິນ​ດີ​ສືບ​ຕໍ່ເຈ​ລະ​ຈາ​ກັບ​ສ​ປ​ປ​ເກົາ​ຫຼີ​ຫຼັງຈາກ​ນັ້ນ​ສອງ​ອາ​ທິດ. ສ່ວນ​ສ​ປ​ປ​ເກົາ​ຫຼີ​ພັດ​ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ​ຕໍ່​ການ​ເຈ​ລະ​ຈາ​​ລະ​ຫວ່າງ​ສອງ​ຝ່າຍ​ທີ່​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫຼາຍ​ເດືອນ​ຜ່ານ​ມາ.
 

ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ໃນ​ມື້​ດັ່ງ​ກ່າວ​ໂດຍ​ກ່າວວ່າ: ອາ​ເມ​ຣິ​ກາ​ໄດ້​ໃຫ້​ຂໍ້​ສະ​ເໜີ​ທີ່​ມີ​ລັກ​ສະ​ນະ​ປະ​ດິດ​ສ້າງ​ຫຼາຍ​ຂໍ້,ພ້ອມ​ທັງ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ​ໃໝ່​ຫຼາຍ​ຂໍ້​ທີ່​ສາ​ມາດ​ຊຸກ​ຍູ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​​ທີ່ສິງ​ກະ​ໂປ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ຣິ​ກາ-ສ​ປ​ປ​ເກົາ​ຫຼີ. ​ແຕ່ທ່ານ ກິມມອງ​ກີວ ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ຝ່າຍ ສ​ປ​ປ ເກົາ​ຫຼີ​ກ່ຽວ​ກັບ​ການ​ເຈ​ລະ​ຈາສ​ປ​ປ​ເກົາ​ຫຼີ-ອາ​ເມ​ຣິ​ກາ​ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ຫຼັງ​ການ​ເຈ​ລະ​ຈາ​ວ່າ: ການ​ເຈ​ລະ​ຈາ​ບໍ່​ໄດ້​ບັນ​ລຸ​ຄາດ​ໝາຍ​ຂອງ​ສ​ປ​ປ​ເກົາ​ຫຼີ​ແລະແຕກ​ແຍກ​ໃນ​ສຸດ​ທ້າຍ,ວິ​ທີ​ໃໝ່​ທີ່​ອາ​ເມ​ຣິ​ກາ​ສະ​ເໜີ​​ອອກ​ມາ​ນັ້ນເຮັດ​ໃຫ້​ສ​ປ​ປ​ເກົາ​ຫຼີ​ຮູ້​ສຶກ​ຜິດ​ຫວັງ​ຫຼາຍ.

ຄຳ​ເຫັນ

0