蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທານ​ປະ​ເທດ​ຈີນ​ແລະ​ຜູ້​ນຳ​ສູງ​ສຸດ​ ສ ປ ປ ເກົາ​ຫຼີ​ສົ່ງ​ສານອວຍ​ພອນ​ເຊິ່ງ​ກັນ​ແລະກັນໃນ​ໂອ​ກາດ​ສອງ​ປະ​ເທດສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ

2019-10-06 13:39:26 CRI

     ວັນ​ທີ 6 ຕຸ​ລານີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ ແລະ​ທ່ານ​ກິມ​ເຈິງ​ອຸນ ປະ​ທານ​ພັກ​ແຮງ​ງານ  ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ແຫ່ງ​ລັດ​ ສ ປ ປ ເກົາ​ຫຼີໄດ້​ສົ່ງ​ສານອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ​ເນື່ອງ​ໃນ​ໂອ​ກາດ​ຈີນ-ສ ປ ປ ເກົາ​ຫຼີ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ.

     ໃນ​ສານ​ອວຍ​ພອນ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ເນື່ອງ​ໃນ​ໂອ​ກາດ​ ສ​ ປ ຈີນ​ແລະ ສ​ ປ ປ ເກົາ​ຫຼີສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ພັກ​ກ​ອມ​ມູ​ນິດ​ຈີນ ລັດ​ຖະ​ບານ​ ແລະ​ປະ​ຊາ​ຊົນ​ຈີນ, ສົ່ງ​ຄວາມອວຍ​ພອນ​ຢ່າງ​ສຸດ​ອົກ​ສຸດ​ໃ​ຈ​ມາ​ຍັງ​ທ່ານ​ ແລະ​ຜ່ານ​ຈາກ​ທ່ານ​ໄປ​ຍັງ​ພັກ​ແຮງ​ງານ ລັດ​ຖະ​ບານ​ ແລະ​ປະ​ຊາ​ຊົນ ສ​ ປ ປ ເກົາ​ຫຼີ.

     ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ເມື່ອ 70 ປີ​ກ່ອນ, ຈີນ-ສ ປ ປ ເກົາ​ຫຼີ​ໄດ້​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ, ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ຂີດ​ແບ່ງ​ຍຸກ​ສະ​ໄໝ​ໃນ​ປະ​ຫວັດ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ. ໃນ 70 ປີ​ທີ່​ຜ່ານ​ມາ, ພາຍ​ໃຕ້​ຄວາມເອົາ​ໃຈ​ໃສ່​ຂອງ​ຜູ້​ນຳ​ສອງ​ພັກ​ສອງ​ລັດ​ທຸກ​ຮຸ້ນ​ແລະ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ສອງ​ຝ່າຍ, ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ສ ປ ປ ເກົາ​ຫຼີ​ໄດ້​ທົນ​ການ​ທົດ​ສອບ​ຈາກການ​ປ່ຽນ​ແປງຂອງ​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ການ​ປ່ຽນ​ແປງ​ຂອງ​ຍຸກ​ສະ​ໄໝ, ຂະ​ຫຍາຍ​ຕົວ​ກ້າວ​ໄປ​ໜ້າ​ຢ່າງບໍ່​ຢຸດຢັ້ງ, ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ຄຽງ​ຄູ່​ກັບ​ການ​ເວ​ລາ​ທີ່​ຜ່ານ​ໄປ ແລະ​ໄດ້​ຊາບຊຶ້ມ​ເຂົ້າເຖິງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ. ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ເກີດມີ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ ເຊິ່ງບໍ່​ພຽງ​ແຕ່​ໄດ້​ຊຸກ​ຍູ້​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ສອງ​ປະ​ເທດ​ໃຫ້​ຈະ​ເລີນ​ກ້າວໄປ​ໜ້າເທົ່າ​ນັ້ນ, ຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳ​ຄັນ​ແລະ​ຕັ້ງ​ໜ້າ​ຕໍ່​ການ​ປົກ​ປັກ​ຮັກ​ສາສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບຂອງ​ພາກ​ພື້ນ.

     ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ: ການທີ່​ຮັກ​ສາ ປັບ​ປຸງ ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ສ ປ ປ ເກົາ​ຫຼີ​ໃຫ້​ດີນັ້ນ, ແມ່ນ​ທິດ​ທາງ​ທີ່​ໝັ້ນ​ໜຽວບໍ່​ປ່ຽນ​ແປງ​ຂອງ​ພັກ​ແລະ​ລັດ​ຈີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຈີນ-ສ ປ ປ ເກົາ​ຫຼີ, ທະ​ນຸ​ຖະ​ໜອມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈແລະ​ມິດ​ຕະ​ພາບ​ກັບ​ສະ​ຫາຍ. ນັບແຕ່​ປີ​ກາຍ​ເປັນ​ຕົ້ນ​ມາ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ກັບ​ສະ​ຫາຍ 5 ເທື່ອ, ໄດ້​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່ສຳ​ຄັນ​ຕ່າງໆ ເຊິ່ງ​ໄດ້​ນຳ​ພາ​ການ​ພົວ​ພັນ​ຈີນ-ສ ປ ປ ເກົາ​ຫຼີກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຫວັດ​ສາດ​ອັນ​ໃໝ່. ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ ສ ປ ປ ເກົາ​ຫຼີ, ຖື​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ​ເປັນ​ກາ​ລະ​ໂອ​ກາດ, ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ສ ປ ປ ເກົາ​ຫຼີ​ໃຫ້ຂະ​ຫຍາຍ​ຕົວຢ່າງ​ຍາວ​ນານ ປອດ​ໄສ​ ແລະ​ໜັກ​ແໜ້ນ, ແລະ​ສ້າງ​ຄວາມ​ສຸ​ກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດເປັນຢ່າງ​ດີກວ່າ​ເກົ່າ.

     ໃນ​ສານ​ອວຍ​ພອນ, ທ່ານ​ກິມ​ເຈິງ​ອຸນ​ກ່າວ​ວ່າ: ເນື່ອງ​ໃນ​ໂອ​ກາດ​ ສ ປ ປ ເກົາ​ຫຼີ-ຈີນ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 70 ປີ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ພັກ​ແຮງ​ງານ ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ ສ ປ ປ ເກົາ​ຫຼີ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ຈິງ​ໃຈ​ທີ່​ສຸດ​ແລະສົ່ງ​ຄວາມອວຍ​ພອນ​ຢ່າງ​ສຸດ​ອົກ​ສຸກ​ໃຈ​ຕໍ່​ສະ​ຫາຍ ແລະ​ຜ່ານ​ຈາກ​ສະ​ຫາຍ​ໄປ​ຍັງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນຈີນ​ຄົບ​ຖ້ວນ​ໜ້າ.

ທ່ານ​ກິມເຈິງ​ອຸນ​ຍັງ​ກ່າວ​ວ່າ: ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ ສ ປ ປ ເກົາ​ຫຼີ-ຈີນ​ມີ​ຄວາມ​ໝາຍ​ທີ່​ຂີດ​ແບ່ງ​ຍຸກ​ສະ​ໄໝ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ມື​ກັບ​ສະ​ຫາຍ​ຢ່າງ​ແໜ້ນ​ແຟ້ນ, ປັບ​ປຸງ​ແລະ​ຂະ​ຫຍາຍ​ມິດ​ຕະ​ພາບລະ​ຫວ່າງ ສ​ ປ ປ ເກົາ​ຫຼີ-ຈີນ​ທີ່​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈາກ​ທົ່ວ​ໂລກ​ຕາມ​ຄວາມ​ມຸ້ງ​ມາດ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ, ປົ​ກ​ປັກ​ຮັກ​ສາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ​ດ້ວຍ​ກຳ​ລັງ​ແຫ່ງ​ມິດ​ຕະ​ພາບ​ແລະ​ຄວາມ​ສາ​ມັກ​ຄີ ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ​ກໍ​ຄື​ຂອງ​ໂລກ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ​

ຄຳ​ເຫັນ

0