吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ລັດຖະບານແອສ​ປາຍກ່າວ​ປະ​ທ້ວງ​ອາ​ເມຣິກາ​ເພີ່ມ​ເກັບ​ພາ​ສີ​ຕໍ່​ບາງ​ສິນຄ້ານຳ​ເຂົ້າ​ຈາກ​ສະຫະພາບ​​ເອີຣົບ

2019-10-06 16:44:55 CRI

ວັນ​ທີ 4 ຕຸລາ​ນີ້, ທ່ານລູອີສ ມາ​ໂຄ ອະ​ກີ​ເລຍ​ໂນ ​​ເລຂາ​ລັດຖະກິດ​ແອ​ສປາຍ​ທີ່ຮັບຜິດຊອບວຽກ​ງານ​ສະຫະພາບ​ເອີຣົບຕາງໜ້າລັດຖະບານ​ແອ​ສປາຍ​ໄດ້​ຮຽກ​ພົບ​​ທ່ານດູ​ເຄິ ບະ​​ເກນ​ ​ເອກ​ອັກຄະ​ລັດຖະທູດ​ອາ​ເມຣິກາ​ປະຈຳ​​ແອສປາຍ ​ໂດຍ​ໄດ້ປະ​ທ້ວງຕໍ່​ອາ​ເມຣິກາກ່ຽວ​ກັບການ​ເພີ່ມ​ເກັບ​ພາສີຕໍ່​ບາງ​ສິນຄ້າ​ຈຳນວນ​ໜຶ່ງ​ທີ່​ນຳ​ເຂົ້າຈາກ​ສະຫະພາບ​ເອີຣົບ.

ມື້​ດຽວ​ກັນ, ສຳນັກງານ​ນາຍົກລັດຖະມົນຕີກອສປາຍ​ໄດ້​ອອກຖະ​ແຫຼ​ງການ​ວ່າ: ຖ້າ​ລັດຖະບານ​ອາ​ເມຣິກາ​ປະຕິ​ເສດບໍ່​ເຈລະຈາ​ກັບ​ແອສ​ປາຍ ​ແລະ​ສະຫະພາບ​ເອີຣົບ, ລັດຖະບານ​ແອສປາຍ​ຈະ​ຕອບ​​ໂຕ້​​ຄືນ​ດ້ວຍ​ທ່າ​ທີ​ທີ່ເດັດດ່ຽວ ​ແລະ​ຈະ​ແຈ້ງ ​ເພື່ອ​ຮັບ​ປະກັນ​ຜົນ​ປະ​ໂຫຍ​ດຂອງພົນລະ​ເມືອງ ​ແລະ​ວິ​ສາ​ຫະກິດປະ​ເທດ​ຕົນ.

 

ຄຳ​ເຫັນ

0