赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດ​ວິ​ເຄາະ: ທ່ານ​ໂມ​ເລ​ຕ້ອງ​ກ່າວ​ຂໍ​ໂທດ

2019-10-07 16:55:11 cri

 

ຫວ່າງມໍ່ໆ​ນີ້ ທ່ານ​ໂມ​ເລ ຜູ້​ອຳ​ນວຍ​ການ​ໃຫຍ່​ທິມ​ບານ​ບ້ວງ​ຮິວ​ສ​ຕັນ​ຣອກ​ກີ​ຂອງ NBA ໄດ້​ໂພ​ສ​ຄຳ​ຂວັນ​ພວກ​ຫົວ​ຮຸນ​ແຮງ​ຮົງ​ກົງ​ໃສ່​ເພດ໊ຂອງ​ຕົນ​ເອງ, ອັນ​ໄດ້​ຖືກ​ຈີນ​ກ່າວ​ຕິ​ຕຽນ. ສະ​ຖານ​ກົງ​ສູນ​ໃຫຍ່​ຂອງ​ຈີນ​ປະ​ຈຳ​ຮິວ​ສ໊ຕັນ​ໄດ້​ສະ​ແດງ​ຄວາມ​ຕໍ່​ວ່າ​ທັກ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ຕໍ່​ທິມ​ຮິ​ວ​ສ໊ຕັນ​ຣອກ​ກີ. ສະ​ຫະ​ພັນ​ບານ​ບ້ວງ​ຈີນ ແລະ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາກງ​ຈີນ​ຊ່ອງ​ກິ​ລາໄດ້​ພາ​ກັນ​ປະ​ກາດ​ຕັດ​ການ​ຮ່ວມ​ມື​ແລະ​ການ​ຖ່າຍ​ທອດ​ກັບ​ສະ​ໂມ​ສອນ​ດັ່ງ​ກ່າວ. ນ​ອກນີ້ ບໍ​ລິ​ສັດ​ຈີນ​ທີ່​ໃຫ້​ການ​ອຸ​ປະ​ຖຳ​ແກ່​ສະ​ໂມ​ສອນ​ຮິວ​ສ​ຕັນ​ຣອກ​ກີ​ກໍ່​ໄດ້​ອອກ​ຖະ​ແຫຼງ​ການ​ທາງ​ການ ປະ​ກາດ​ຢຸດ​ຕິ ຫຼື​ເຊົາ​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ກັບ​ສະ​ໂມ​ສອນ​ດັ່ງ​ກ່າວ.

ດັ່ງ​ທີ່​ພວກ​ເຮົາ​ທຸກ​ຄົນ​ຮູ້​ດີ, ບໍ່​ວ່າ​ຈະ​ແມ່ນ​ປະ​ເທດ​ຝ່າຍ​ຕາ​ເວັນ​ອອກ​ຫຼື​ຝ່າຍ​ຕາ​ເວັນ​ຕົກ, ຍາມ​ໃດ​ກໍ່​ບໍ່​ຄວນ​ໄປ​ທ້າ​ທາຍ​ອະ​ທິ​ປະ​ໄຕ​ຂອງ​ປ​ປະ​ເທດ​ໃດ​ໜຶ່ງ, ເຊິ່ງ​ກຽດ​ສັກ​ສີ​ແຫ່ງ​ຊາດ​ແມ່ນ​ຫ້າມ​ບໍ່​ໃຫ້​ໄປ​ລ່ວງ​ລະ​ເມ​ມີດ. ແຕ່​ໃນ​ຖານ​ເປັນ​ຜູ້​ອຳ​ນວຍ​ການກ​ທີ່​ມີ​ຊື່ສຽງ​ຢູ່​ຈີນ, ທ່ານ​ໂມ​ເລ​ພັດ​ບໍ່​ສົນ​ນຳ​ເລື່ອງ​ຄວາມ​ເປັນ​ຈິງ ຊ່ວຍ​ເປີດ​ປ່າຍ​ໂຄ​ສະ​ນາ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ຂອງ​ຮົງ​ກົງ​ຢ່າງ​ບັງ​ອາດ, ນີ້​ເປັນ​ການ​ເຕະ​ຕ້ອງ​ເຖິງ​ຫຼັກ​ການ​ພື້ນ​ຖານ​ຂອງ​ຈີນ, ແລະ​ເປັນ​ການ​ລ່ວງ​ລ້ຳ​ຢ່າງ​ບັງ​ອາດ​ຕໍ່​ປະ​ຊາ​ຊົນ​ຈີນ​ທຸກ​ຖ້ວນ​ໜ້າ​ເຊິ່ງ​ລວມ​ທັງ​ແຟນ​ບານ​ບ້ວງ​ຈີນອັນ​ໄພ​ສານ.

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, NBA ເປີດ​ປ່​າວ​ຕະ​ຫຼອດ​ມາ​ວ່າ​ຕົນ​ເອງ​ມັກ​ຄວາມ​ສາ​ມັກ​ຄີ ມັກ​ຄວາມ​ເປັນ​ທຳ, ສຸມ​ໃສ່​ການ​ສ້າງ​ການ​ພົວ​ພັນ​ກັບ​ສາ​ກົນ​ເພື່ອ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ແຕ່​ໃນ​ຖາ​ນະ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ທີ່​ມີ​ຊື່ສຽງ​ທີ່​ຂຶ້ນ​ກັບ NBA ການ​ກະ​ທຳ​ແລະ​ວາ​ຈາ​ຂອງ​ທ່ານ​ໂມ​ເລ​ແມ່ນ​ໄດ້​ຝ່າ​ຝືນ​ກັບ​ວັດ​ທະ​ນະ​ທຳ​ທີ່ NBA ສົ່ງ​ເສີມ, ສະ​ນັ້ນ ນີ້​ຈະ​ບໍ່​ພຽງ​ແຕ່​ກະ​ທົບ​ເຖິງ​ພາບ​ພົດ​ຂອງ​ທ່າ​ນ​ເອງ​ກໍ່​ຄື​ພາບ​ພົດ​ຂອງ​ສະ​ໂມ​ບານ​ຣອກ​ກີ​ເທົ່າ​ນັ້ນ, ຍັງ​ຈະ​ກະ​ທົບ​ເຖິງ​ພາບ​ພົດ​ໃນ​ສາ​ກົນ​ຂອງ NBA ອີກ​ດ້ວຍ.

ຄົນ​ຈີນ​ສ່ວນ​ຫຼາຍ​ຮູ້​ວ່າ, ຍ້ອນ​ທ່ານ​ຢາວ​ມິງ​ເຄີຍ​ເຂົ້າ​ຮ່ວມ​ສະ​ໂມ​ສອນ​ຣອກ​ກີ, ຈິ່ງ​ເຮັດ​ໃຫ້​ທິມ​ຣອກ​ກີ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຢ່າງ​ສູງ​ຈາກ​ຄົນ​ຈີນ. ຕະ​ຫຼອດ​ໄລ​ຍະ​ 17 ປີ​ມາ, ທິມ​ຣອກ​ກີ​ໄດ້​ຮັບ​ການ​ອຸ​ປະ​ຖຳ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຢູ່​ຈີນ, ກາຍ​ເປັນ​ທິມ​ບານ​ບ້ວງ​ທີ່​ສຳ​ເລັດ​ຜົນ​ທີ່​ສຸດ​ຢູ່​ຕະ​ຫຼາດ​ຈີນ, ເຊິ່ງ​ທ່ານ​ໂມ​ເລ​ເອງ​ກໍ່​ເປັນ​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍດຢ່າງ​ຫຼວງ​ຫຼາຍ​. ແຕ່​ຄວາມ​ນິ​ຍົມ​ຊົມ​ຊອບ​ບໍ່​ໝາຍ​ເຖິງວ່າ​ຈະ​ສາ​ມາດ​ເຮັດ​ຕາມ​ໃຈ​ໄດ້. ແຟນ​ບານ​ຈີນ​ກ່ອນ​ອື່ນ​ແມ່ນ​ຄົນ​ຈີນ, ແຟນ​ບານ​ມັກ​ບານ​ບ້ວງ ແຕ່​ຍິ່ງ​ຮັກ​ຫອມ​ປະ​ເທດ​ຊາດ. ຄົນ​ຈີນ​ໃດໆ​ທີ່​ມີ​ສະ​ຕິ ແມ່ນ​ຈະ​ບໍ່​ຍອມ​ຕໍ່​ການ​ກະ​ທຳ​ທີ່​ທ້າ​ທາຍ​ອະ​ທິ​ປະ​ໄຕ​ຂອງ​ຊາດ​ຕົນ​ເອງ​ຢ່າງ​ເດັດ​ຂາດ.

ໃນ​ຫຼາຍ​ປີ​ມໍ່ໆ​ມານີ້, ບໍ​ລິ​ສັດ​ສາ​ກົນ​ຈຳ​ນວນ​ໜຶ່ງ​ເຈດ​ຕະ​ນາ​ເຕະ​ຕ້ອງ​ຫຼັກ​ການ​ດ້ານ​ອະ​ທິ​ປະ​ໄຕ​ຂອງ​ຈີນ, ແຕ່​ລ້ວນ​ແຕ່​ຖືກ​ປະ​ຊາ​ຊົນ​ຈີນ​ຄັດ​ຄ້ານ​ຢ່າງ​ເດັດ​ຂາດ. ວຽກ​ງານ​ຮົງ​ກົງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຈະ​ບໍ່​ໃຫ້​ຄົນ​ອື່ນ​ມາ​ແຊກ​ແຊງ​ແລະ​ຊີ້​ຕີນ​ຊີ້​ມື.

ພວກ​ເຮົາ​ຂໍ​ບອກ​ທ່ານ​ໂມ​ເລ​ຢ່າງ​ເຄັ່ງ​ຂຶມ​ວ່າ, ດ້ານ​ໜຶ່ງ​ຫວັງ​ຢາກ​ຫາ​ກຳ​ໄລ​ຢູ່​ຕະ​ຫຼາດ​ຈີນ, ດ້ານ​ໜຶ່ງ​ອີກ​ພັດ​ທຳ​ຮ້າຍ​ອາ​ລົມ​ຈິດ​ຂອງ​ປະ​ຊາ​ຊົນ​ຈີນ ເຊິ່ງ​ການ​ກະ​ທຳ​ແບບນີ້​ແມ່ນ​ເປັນ​ໄປ​ບໍ່​ໄດ້, ຍ່ອມ​ຈະ​ຕ້ອງ​ເສຍ​ຄ່າ​ຕອບ​ແທນ!

ຄຳ​ເຫັນ

0