蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜົນການ​ຄົ້ນ​ຄວ້າ​ຊີ້​ໃຫ້​ເຫັນ​ວ່າ ການ​ສູບ​ຢາ​ເອ​ເລັກ​ໂຕຼນິກ​ອາດ​ຈະ​ພາ​ໃຫ້​ເປັນມະ​ເຮັງ​ປອດ

2019-10-08 17:27:45 CRI

     ຜົນການ​ຄົ້ນ​ຄວ້າ​ຫຼ້າ​ສຸດໄດ້​ຄົ້ນ​ພົບ​ວ່າ: ການ​ສຳ​ຜັດ​ກັບຄວັນຢາ​ສູບ​ທີ່​ມີ​ສານ​ນິ​ໂກ​ຕິນ​ຂອງ​ຢາ​ສູບ​ເອ​ເລັກ​ໂຕຼນິກ​ອາດ​ຈະ​ພາ​ໃຫ້​ເປັນ​ມະ​ເຮັງປອດ. ເຊິ່ງ​ຜົນການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ໄດ້​ນຳ​ສະ​ເໜີຫຼັກ​ຖານ​ອ້າງ​ອີງ​ໃໝ່​ເຖິງຜົນ​ຮ້າຍ​ຂອງ​ຢາ​ສູບ​ເອ​ເລັກ​ໂຕຼນິກ.

     ວັນ​ທີ 7 ຕຸ​ລານີ້, ໜ່ວຍ​ງານ​ຄົ້ນ​ຄວ້າຂອງ​ຄະ​ນະແພດ​ສາດ ມະ​ຫາ​ວິ​ທະ​ຍາ​ໄລ​ນີວຢອກ​ອາ​ເມ​ຣິ​ກາ​ໄດ້​ພິມ​ບົດ​ຄວາມລົງໜັງ​ສື​ພິມ《ການ​ຄົ້ນ​ຄວ້າ​ຂອງສະ​ພາ​ບັນ​ດິດ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ》ອາ​ເມ​ຣິ​ກາ(ຫຼື PNAS) ໂດຍ​ລະ​ບຸ​ວ່າ: ເຂົາ​ເຈົ້າ​ໄດ້​ປ່ອຍ​ໜູ​ທົດ​ລອງ 40 ໂຕ​ໃຫ້​ຢູ່​ໃນ​​ໂຖ​ແກ້ວ​ທີ່​ມີຄວັນ​ຢາ​ສູບ​ເອ​ເລັກ​ໂຕຼນິກ​ທີ່​ມີ​ສານ​ນິ​ໂກ​ຕິນ​ເປັນ​ເວ​ລາ 54 ອາ​ທິດລຽນ​ຕິດ, ໃນ​ທີ່​ສຸດ ມີ​ໜູ 9 ໂຕຫຼື​ເທົ່າ​ກັບ 22,5% ເປັນ​ມະ​ເຮັງ​ປອດ.

     ໃນ​ຊຸມ​ປີ​ມໍ່ໆ​ມານີ້, ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ອາ​ເມ​ຣິ​ກາໄດ້​ນິ​ຍົມ​ກັນ​ສູບ​ຢາ​ສູບ​ເອ​ເລັກ​ໂຕຼນິ​ກ​ຢ່າງ​ແຜ່​ຫຼາຍ. ຕາມ​ສະ​ຖິ​ຕິ, ໃນ​ປີ 2018, ມີ​ນັກ​ຮຽນ​ມັດ​ທະ​ຍົມ​ອາ​ເມ​ຣິ​ກາ​ຫຼາຍກວ່າ 3 ລ້ານ 6 ແສນ​ຄົນ​ສູບ​ຢາ​ເອ​ເລັກ​ໂຕຼນິກ, ເພີ່ມ​ຂຶ້ນຫຼາຍກວ່າ​ປີ 2017 ຈຳ​ນວນ 1 ລ້ານ 5 ແສນ​ຄົນຢ່າງ​ໄວ​ວາ.

     ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ເຄີຍ​ປະ​ກາດ​ບົດ​ລາຍ​ງານ​ໂດຍ​ໄດ້​ລະ​ບຸ​ວ່າ: ບໍ່​ມີ​ຫຼັກ​ຖານ​ທີ່​ພຽງ​ພໍ​ທີ່ສາ​ມາດ​ຢືນຢັນ​ວ່າ: ການ​ສູບ​ຢາເອ​ເລັກ​ໂຕຼນິກສາ​ມາດ​ຊ່ວຍ​ໃຫ້​ອອກ​ຢາສູບ​ໄດ້, ຜູ້​ສູບ​ຢາ​ມີ​ແຕ່​ຕັດ​ຂາດ​ຈາກ​ສານ​ນິ​ໂກ​ຕິນ​ຢ່າງ​ເດັດ​ຂາດເທົ່າ​ນັ້ນ​ຈຶ່ງ​ຈະ​ໄດ້​ຮັບຜົນໃນ​ລະ​ດັບ​ສູງ​ສຸດ.

ຄຳ​ເຫັນ

0