蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ແທນ​ຈີນ​ກ່າວ​ວ່າ: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ປາ​ສະ​ຈາກພະ​ລັງ​ງານ​ນິວ​ເຄຼຍບໍ່​ໄດ້

2019-10-08 14:46:07 CRI

     ວັນ​ທີ 7 ຕຸ​ລານີ້, ທ່ານ​ຈ່າງ​ເຄີ້​ຈຽນ ຫົວ​ໜ້າ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ແຫ່ງ​ຊາດ​ຈີນ​ໄດ້ນຳພາ​ຄະ​ນະຜູ້​ແທນ​ຈີນ​ເຂົ້າ​ຮ່ວມ“ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ບົດ​ບາດ​ພະ​ລັງ​ງານນິວ​ເຄຼຍໃນ​ການ​ຜະ​ລິດ​ໄຟ​ຟ້າ”ທີ່​ຈັດ​ຂຶ້ນ​ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ແລະ​ອົງ​ການ​ພະ​ລັງ​ງານ​ນິວ​ເຄຼຍ​ຂອງ​ອົງ​ການ​ຮ່ວມ​ມື​ເສດ​ຖະ​ກິດ(OECD)ຢູ່​ກຸງວຽນ.

     ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ທີ່​ຈັດ​ຂຶ້ນ​ໃນ​ມື້​ທຳ​ອິດ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ​ຈ່າງ​ເຄີ້​ຈຽນ​ໄດ້​ປະ​ກອບ​ຄຳ​ເຫັນ​ໂດຍ​ໄດ້​ສະ​ເໜີ​ທັດ​ສະ​ນະ​ຂອງ​ຈີນ​ໃນ​ການ​ຍຶດ​ໝັ້ນ​ການພັດ​ທະ​ນາ​ແບບ​ປະ​ດິດ​ສ້າງ​ໃໝ່ ປະ​ສານ​ງານ ສີ​ຂຽນ ເປີດ​ປະ​ຕູ ແລະ​ຊົມ​ໃຊ້​ຮ່ວມກັນ, ພ້ອມ​ທັງ​ໄດ້​ເຜີຍ​ແຜ່​ບົດ​ຮຽນ​ແລະ​ຜົນ​ສຳ​ເລັດ​ທີ່​ຈີນ​ຍາດ​ມາ​ໄດ້ໃນ​ການປະ​ຕິ​ບັດ​ພັນ​ທະ​ສາ​ກົນຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດແລະ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ນິວ​ເຄຼຍ. ທ່ານ​ຈ່າງ​ເຄີ້​ຈຽນ​ເນັ້ນ​ວ່າ: ໃນ​ຂະ​ບວນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະການ​ສ້າງ​ລະ​ບົບນິ​ເວດ​ສີ​ຂຽວ  ກາກ​ບອນ​ຕ່ຳ ນຳ​ໃຊ້ພະ​ລັງ​ງານ​ແບບ​ຍືນ​ຍົງນັ້ນ, ຈະ​ປາ​ສະ​ຈາກພະ​ລັງ​ງານ​ນິວ​ເຄຼຍບໍ່​ໄດ້. ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆພ້ອມ​ກັນ​ກ້າວເດີນ​ໄປ​ໜ້າ, ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ, ຊຸກ​ຍູ້​ວຽກ​ງານ​ດ້ານ​ພະ​ລັງ​ງານ​ນິວ​ເຄຼຍ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ ແລະ​ປະ​ກອບ​ສ່ວນ​ຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

     ກອງ​ປະ​ຊຸມ​ເທື່ອນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 1 ອາ​ທິດ, ຜູ້​ແທນ​ເກືອບ 500 ທ່ານ​ທີ່​ມາ​ຈາກ 75 ປະ​ເທດ​ເຊັ່ນ ຈີນ ຝ​ຣັ່ງ ຣັດ​ເຊຍ ອາ​ເມ​ຣິກາ ອິນ​ເດຍ​ແລະປະ​ເທດ​ອື່ນໆ​ ພ້ອມ​ທັງອົງ​ການ​ຈັດ​ຕັ້ງ​ສາ​ກົນ 17 ແຫ່ງ ຈະເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລືກັນ. ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ, ຄະ​ນະ​ຜູ້​ແທນ​ຈີນ​ຈະ​ຈັດ​ງານ​ວາງ​ສະ​ແດງພາຍ​ໃຕ້​ຫົວ​ຂໍ້“ອຸດ​ສາ​ຫະ​ກຳ​ນິວ​ເຄຼຍ​ຂອງ​ຈີນ”ແລະ​ກອງ​ປະ​ຊຸມ​ຫົວ​ຂໍ້​ສະ​ເພາະເຊັ່ນ:“ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ດ້ວຍພະ​ລັງ​ງານ​ໄຟ​ຟ້ານິວ​ເຄຼຍ ແລະແຜນ​ການ​ແກ້​ໄຂບັນ​ຫາ​ຂອງ​ຈີນ”, ເພື່ອ​ສະ​ແດງ​ໃຫ້​ເຫັນເຖິງ​ຜົນ​ສຳ​ເລັດ​ແລະ​ທັດ​ສະ​ນະ​ຂອງ​ຈີນ​ໃນ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ນິວ​ເຄຼຍ.

ຄຳ​ເຫັນ

0