徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງ​ສະ​ແດງພືດ​ສວນ​ໂລກ​ປັກ​ກິ່ງ 2019 ຈະ​ປິດລົງ​ໃນ​ວັນ​ທີ 9 ຕຸ​ລາ​ນີ້ ຫຼັງ​ວຽກ​ທີ່​ໄດ້​ຕ້ອນ​ຮັບ​ຜູ້​​ຊົມ​ຈຳ​ນວນ 934 ລ້ານ​ເທື່ອ​ຄົນ

2019-10-08 17:16:41 cri

ຕາມ​ຂ່າວCRI: ໃນ​ຕອນ​ເຊົ້າ​ວັນ​ທີ 8 ຕຸ​ລາ​ນີ້, ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ວາງ​ສະ​ແດງ​ພືດ​ສວນ​ໂລກ​ປັກ​ກິ່ງ​ຈີນ​ປີ 2019 ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ຢູ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​ແລະ​ຖື​ເປັນກອງ​ປະ​ຊຸມ​ຂ່າວ​ເທື່ອ​ສຸດ​ທ້າຍ​ທີ່​ໄດ້​ຈັດ​ຂຶ້ນ​ກ່ອນ​​ງານ​ວາງ​ສະ​ແດງ​ພືດ​ສວນ​ໂລ​ກ​ປັກ​ກິ່ງ 2019 ຈະ​ປິດລົງ​ໃນ​ໄວໆ​ນີ້​ໂດຍ ໄດ້​ແຈ້ງ​ການ​ສະ​ພ​າບ​ການ​ດຳ​ເນີນ​ວຽກ​ງານ​ໂດຍ​ລວມ​ຕາມ​ວາ​ລະກອງ​ປະ​ຊຸມ​ຂອງ​ງານ​ວາງ​ສະ​ແດງ​ພືດ​ສວນ​ໂລກ​ປັກ​ກິ່ງ​ຕໍ່​ສື່ມວນ​ຊົນ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດໄດ້​ຮັບ​ຊາບ.

 

ຕາມ​ການ​ແນະ​ນຳ​ຈາກຄະ​ນະ​ກຳ​ມະ​ການ​​ຈັດ​ງານ​ໃຫ້​ຮູ້ວ່າ, ພິ​ທີ​ປິດງານ​ວາງ​ສະ​ແດງ​ພືດ​ສ​ວນ​ໂລກ​ປັກ​ກິ່ງ​ໄດ້​ກຳ​ນົດ​ໃຫ້ເປັນ​ຕອນ​ແລງຂອງວັນ​ທີ 9 ຕຸ​ລາ​ປີ 2019 ນີ້, ຫົວ​ຂໍ້​ຫຼັກ​ຂອງ​ພິ​ທີ​ປິດ​ງານ​ແມ່ນ “ຊົມ​ເຊີຍ​ຜົນ​ເກັບ​ກ່ຽວ”. ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ໄດ້​ຕ້ອນ​ຮັບ​ຜູ້​ເຂົ້າ​ເບິ່ງ​ເຂົ້າ​ຊົມປະ​ເພດ​ຕ່າງໆ​​ທັງ​ໝົດ 934 ລ້ານເທື່ອ​ຄົນ, ​ໄດ້​ຈັດ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ທີ່​​ເຊື່ອມ​ໂຍງ​ສີ​ສັນຕາ​ເວັນ​ອອກ​ແລະ​ຝ່າຍ​ຕາ​ເວັນ​ຕົກ, ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ 3284 ຄັ້ງ, ເຊິ່ງໄດ້​ດຶງ​ດູດ​ຜູ້​ເບິ່ງຜູ້​ຊົມ​ຈຳ​ນວນ 3 ລ້ານ 1 ແສນກວ່າ​ເທື່ອ​ຄົນ, ດຶງ​ດູດ​ຜູ້​​ຊົມຕ່າງ​ປະ​ເທດ 2 ແສນກວ່າ​ເທື່ອ​ຄົນ.

ຄຳ​ເຫັນ

0