赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ປະ​ກາດ​ຢຸດ​ຕິ​ການ​ຖ່າຍທອດ​ສົດ​ການ​ແຂ່ງ​ຂັນ​ຂອງ NBA

2019-10-08 16:50:31 cri

 

ວັນ​ທີ 8 ຕຸ​ລານີ້ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຊ່ອງ​ກິ​ລາ​ໄດ້​ອອກ​ຖະ​ແຫຼງ​ການ​ອີກ​ຄັ້ງ​​ໃໝ່​ໂດຍ ​ຕົກ​ລົງ​ຢຸດ​ຕິ​ການ​ຖ່າຍ​ທອດ​ສົດ​ການ​ແຂ່ງ​ຂັນ​ຂອງ NBA ​ທັນ​ທີ ໂດຍມີ​ເນື້ອ​ໃນ​ລະ​ອຽດ​ຄື​ດັ່ງ​ນີ້:

ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຮູ້​ຄຳ​ຕອບ​ຈາກທ່ານ​ອາ​ດັນ ໂຊວາ ປະ​ທານ NBA ທີ່​​ພວມ​ຢ້ຽມ​ຢາມ​ ​ຍີ່​ປຸ່ນ​ກ່ຽວ​ກັບ​ຖ້ອຍ​ຄຳ​ທີ່​ຍຶດ​ເບືອນ​ຕໍ່​ບັນ​ຫາ​ຮົງ​ກົງ​ຂອງ​ທ່ານ​ໂມ​ເລ ​ປະ​ທານ​ສະ​ໂມ​ສອນ​ບານ​ບ້ວງ​ຮິວ​ສ​ຕັນ ຣອກ​ເກັດ​ໂດດຍ​ທ່ານ​ອາ​ເດັນ ໂຊວາ​ໄດ້​ມີ​ຖ​ອ້ຍ​ຄຳ​ສະ​ໜັບ​ສະ​ໜູນ​ ​ທ່ານ​ໂມ​ເລ​ວ່າ​ແມ່ນ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ນັ້ນ ພວກ​ເຮົາ​ສະ​ແດງ​ຄວາ​ມ​ບໍ່​ພໍ​ໃຈ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​​ດ່ຽວ. ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ຖ້ອຍ​ຄວາມ​ໃດໆທີ່​ທ້າ​ທາຍນ​​ຕໍ່ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ໜຶ່ງ ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສັງ​ຄົມ​ປະ​ເທດ​​ໜຶ່ງ​ນັ້ນ ບໍ່​ຢູ່​ໃນ​ຂອບ​ເຂດ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ

ສະ​ນັ້ນ ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຊ່ອງ​ກິ​ລາ​​ຈິ່ງຕົກ​ລົງ​ຢຸດ​ຕິ​ການ​ຖ່າຍ​ທອດ​ສົດ​ການ​ແຂ່ງ​ຂັນ​ຂອງ NBA ໃນ​ທັນ​ທີ, ແລະ​ຈະ​ກວດ​ກາ​ຄືນ​ກ່ຽວ​ກັບ​ການ​ຮ່ວມ​ມື​ແລະ​ການແລກ​ປ່ຽນ​​ທັງ​ໝົດ​ທີ່​ມີ​ກັບ NBA.

ຄຳ​ເຫັນ

0