黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເມື່ອໄດ້​ຮັບ​ຄວາມ​ນິ​ຍົມ​ແລ້ວ​ບໍ່​ໝາຍ​ຄວາມ​ວ່າ​ຈະ​ສາ​ມາດ​ເຮັດ​ຕາມ​ລຳ​ພັງ​ໃຈ​ໄດ້

2019-10-08 17:05:17 cri

    ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ແດ​ຣີນ ໂມ​ຣີ, ​ປະ​ທານ​ສະ​ໂມ​ສອນ​ບານ​ບ້ວງ ​ຣີວ​ສະ​ຕັນ ​ຣອກ​ເກັດ ໄດ້ພົ​ສ​ຮູບ​ຖ່າຍ​ໃບ​ໜຶ່​ງ​ລົງ​ Twitter ເຊິ່ງ​ເປັນ​ສື່​ອອນ​ໄລ່​ຂອງ​ລາວ​ເອງ, ​ໂດຍ​ມີເນື້ອ​ໃນ​ຄຳ​ຂວັນ​ຂອງ​ພວກ​ຫົວ​ຮຸນ​ແຮງ​​ຮົງ​ກົງ. ພາຍ​ຫຼັງ​ເກີດ​ເຫດ​ການ​ດັ່ງ​ກ່າວ​ແລ້ວ, ສະ​ມາ​ຄົມ​ບານ​ບ້ວງ​ຈີນ​ໄດ້ມີ​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ທັນ​ທີ, ໂດຍຈະ​ຢຸດ​ຕິ​ການ​ແລກ​ປ່ຽນ​ແລະ​ຮ່ວ​ມ​ມື​ກັບ​ສະ​ໂມ​ສອນ​ບານ​ບ້ວງ​ດັ່ງ​ກ່າວ. ສະ​ຖາ​ນີ​ໂທ​ລະ​ພາບ​​ສູນ​ກາງ​ຈີນ​ກໍ​ໄດ້​ປະ​ກາດ​ວ່າ​ຈະ​ບໍ່​​ຖ່າຍ​ທອດ​ສົດ​ແລະ​ອອກ​ອາ​ກາດ​ການ​ແຂ່ງ​ຂັນ​ທີ່​ທີມ​ບານ​ບ້ວງ ຣີວ​ສະ​ຕັນ ​ຣອກ​ເກັດ ເຂົ້າ​ຮ່ວມ​ອີກ, ​ຜູ້​ອຸ​ປະ​ຖຳ​​ແລະ​ຄູ່​ຮ່ວມ​ມື​ການ​ຄ້າຈີນ​ຫຼາຍ​ແຫ່ງກໍ​ໄດ້​ປະ​ກາດ​ຢຸດ​ຕິ​ການ​ຮ່ວມ​ມື​ກັບ​ທີມ​ດັ່ງ​ກ່າວ​ແລ້ວ. ບໍ​ລິ​ສັດ​​ໃຫຍ່ອິນ​ເຕີ​ເນັດ​ຫຼາຍ​ແຫ່ງ​ຂອງ​ຈີນ​ກໍ​ສະ​ແດງ​ຈຸດ​ຢືນ​ຂອງ​ຕົນວ່າ​ຈະ​ຢຸດ​ຕິ​ການ​ຖ່າຍ​ທອດ​ສົດ​ແລະ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ທີມບານ​ບ້ວງ ຣີວ​ສະ​ຕັນ ​ຣອກ​ເກັດ ເຊັ່ນ​ດຽວ​ກັນ.

ການ​ວິ​ເຄາະ​ຂອງ CRI: ມີ​ຄົນ​ອາ​ເມ​ຣິ​ກາ​​ປ່າວ​ປະ​ກາດຢູ່​ຕາມ​ເວັ​ບ​ໄຊ Tritter ວ່າ: NBA ບໍ່​ຕ້ອງ​ການ​ຈີນ, ຫາກ​ແມ່ນຈີນ​ຕ້ອງ​ການ NBA. ​ຈຸດ​ຢືນຂອງ​​ທ່ານ​ແດ​ຣິນ ໂມ​ຣີ ໄດ້​ທຳ​ຮ້າຍ​ຈິດ​ໃຈແຟນ​ບານ​ບ້ວງ​ຈີນ, ການ​​ສະ​ແດງ​ທ່າ​ທີ​ຂອງ​ທີມ​ບານ​ຮິວ​ສະ​ຕັນ ຣອກ​ແກັດ ​ກໍ​ໄດ້​ທຳ​ຮ້າຍ​ປະ​ຊາ​ຊົ​ນ​ຈີນ​ເຊັ່ນ​ກັນ. ປີ 2002, ຄົນ​ຈີນ​ກາຍ​ເປັນ​ແຟນ​ບານ​​ບ້ວງ​ທິມ​ຮິວ​ສະ​ຕັນ​ຣອກ​ແກັດ ກໍຍ້ອນ​ທ່ານ​ຢ໋າວ​ມິງ​ເຂົ້າ​​ໄປຫຼິ້ນ​ບານ​ບ້ວງ​ຢູ່ NBA; ປີ 2019, ຄົນ​ຈີນ​ກໍ​ສາ​ມາດ​ປະ​​ຖິ້ມ​ທິມ​ຣອກ​ແກັດ​ ແລະ NBA ໄດ້​ເຊັ່ນ​ກັນ ​ຍ້ອນ​ຖ້ອຍ​ຄຳ​ທີ່​ບິດ​ເບືອນ​ຂອງ​ທ່ານ​ແດ​ຣິນ ໂມ​ຣີ, ປະ​ຕິ​ກິ​ລິ​ຍາ​ຂອງ​ຄົນ​ຈີນ​ຕໍ່ການ​ກະ​ທຳ​ເຫຼົ່າ​ນີ້​ແມ່ນ​ເອ​ກະ​ພາບ​ກັນ, ຍ້ອນ​ວ່າ​ຄົນ​ຈີນ​ລ້ວນ​ແຕ່​ຮັກ​ຫອມ​ປະ​ເທດ​ຊາດ​ຂອງ​ຕົນ. ຄົນ​ຈີນ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ບຸກ​ຄົນ​ໃດໆ​ປີ້ນ​ດຳ​ເປັນ​ຂາວ ແລະ ຊີ້​ນີ້​ຊີ້​ນັ້ນ​ໃນ​ບັນ​ຫາ​ຮົງ​ກົງ.

ຄຳ​ເຫັນ

0