赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປີດສົກຮຽນໃໝ່ ແລະ ສະຫລອງວັນຄູແຫ່ງຊາດທີ່ປັກກິ່ງ

2019-10-08 11:26:21 CRI

图片默认标题_fororder_1111

   ຕາມ​ຂ່າວ CRI: ສະຖານເອກອັກຄະລັດຖະທູດ ສປປລາວ ແລະ ຄະນະນັກສຶກສາທີ່ນະຄອນຫລວງປັກກິ່ງໄດ້ຮ່ວມກັນຈັດພິທີເປີດສົກຮຽນ 2019-2020 ແລະ ສະຫລອງວັນຄູແຫ່ງຊາດຄົບຮອບ 25 ປີ ຂື້ນໃນວັນທີ 5 ຕຸລານີ້ທີ່ສະໂມສອນຂອງສະຖານທູດລາວໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ,ນອກນີ້ຍັງມີພະນັກງານສະຖານທູດ,ແຂກຖືກເຊີນ ແລະ ນັກສຶກສາທຸກລະດັບເຂົ້່າຮ່ວມຢ່າງພ້ອມພຽງ.

   ໃນພິທີອັນເບີກບານມ່ວນຊື່ນນີ້, ໄດ້ມີການສະແດງສິລະປະວັນນະຄະດີ ແລະ ອ່ານບົດກະວີ.ຈາກນັ້ນຄະນະນັກສຶກສາ,ສາມອົງການຈັດຕັ້ງມະຫາຊົນໄດ້ລາຍງານທິດທາງແຜນ ການ ເຄື່ອນໄຫວຂອງຕົນສຳລັບສົກຮຽນ 2019-2020.  ສຳລັບສົກຮຽນນີ້ມີນັກສຶກສາລາວທີ່ຮຽນຢູ່ນະຄອນຫລວງປັກກ່ິງ 433 ຄົນ.

   ໃນໂອກາດທີ່ມີຄວາມໝາຍນີ້, ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ໃຫ້ກຽດໂອ້ລົມໂດຍກ່າວເນັ້ນໜັກວ່າ: ເມື່ອມີໂອກາດມາສຶກສາຢູ່ຈີນຄວນເອົາໃຈໃສ່ຄົ້ນຄວ້າຮຳຮຽນ,ຊ່ວຍເຫລືອເຊິ່ງກັນ ແລະ ກັນ.ຖອດຖອນບົດຮຽນຄວາມພົ້ນເດັ່ນຂອງຜູ້ຮຽນເກັ່ງ.ຮຽນໃຫ້ສຳເລັດຜົນເພື່ອນຳເອົາຄວາມຮູ້ໄປພັດທະນາປະເທດຊາດ. ຄວນກຳແໜ້ນສະພາບການສາກົນເພື່ອບໍລິໂພກຂ້ໍມູນຂ່າວສານຢ່າງຖືກຕ້ອງ.ກຳແໜ້ນສະພາບການການພັດທະນາຂອງ ສປປລາວ, ການພົວພັນລາວ-ຈີນ ແລະ ອື່ນໆ.

   ທ່ານ ເອກອັກຄະລັດຖະທູດຍັງໄດ້ຮຽກຮ້ອງໃຫ້ນັກສຶກສາທຸກລະດັບຈົ່ງ ເອົາໃຈໃສ່ເຄົາລົບນັບຖື ແລະ ປະຕິບັດລະບຽບກົດໝາຍຂອງ ສປ ຈີນ,ຂອງນະຄອນຫລວງປັກກິ່ງກໍຄືຂອງມະຫາວິທະຍາໄລແຕ່ລະແຫ່ງຢ່າງເຂັ້ມງວດ. ຄວນຫລີກລ່ຽງສິ່ງບໍດີທີ່ຈະມີຜົນກະທົບຕໍ່ການຮຳຮຽນ.

ຄຳ​ເຫັນ

0