蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍຈະ​ວາງນະ​ໂຍ​ບາຍໃຫ້​ບູ​ລິ​ມະ​ສິດ​ຫຼາຍກວ່າ​ເກົ່າ​ເພື່ອ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນໄປ​ລົງ​ທຶນ

2019-10-09 14:21:00 CRI

     ວັນ​ທີ 8 ຕຸ​ລານີ້, ໃນ​ເວ​ລາ​ທ່ານ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ຕ້ອນ​ຮັບ​ການ​ເຂົ້າຢ້ຽມ​ຄຳ​ນັບຂອງ​ຄະ​ນະ​ສຳ​ຫຼວດ​ການ​ລົງ​ທຶນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຂະ​ໜາດ​ໃຫຍ່​ຮົງ​ຊື້​ຈີນ​ຢູ່​ນະ​ຄອນ​ຫຼວງພະ​ນົມ​ເປັນ, ທ່ານ​ກ່າວ​ວ່າ: ລັດ​ຖະ​ບານ​ກຳ​ປູ​ເຈຍ​ຈະ​ວາງ​ນະ​ໂຍ​ບາຍໃຫ້​ບູ​ລິ​ມະ​ສິດ​ຫຼາຍກວ່າ​ເກົ່າ, ເພື່ອ​ຕ້ອນ​ຮັບ​ວິ​ສາ​ຫະ​ກິດ​ຈີນ​ໄປລົງ​ທຶນແລະດຳ​ເນີນ​ທຸ​ລະ​ກິດ.

     ທ່ານ​ຮຸນ​ແຊນ​ກ່າວ​ວ່າ: ມູນ​ເຊື້ອມິດ​ຕະ​ພາບ​ລະ​ຫວ່າງ​ກຳ​ປູ​ເຈຍ-ຈີນມີ​ມາແຕ່​ບູ​ຮານ​ນະ​ການ, ການ​ນຳ​ຂອງສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ຢ້ຽມ​ຢາມກັນ​ຢ່າງ​ເປັນ​ປະ​ຈຳ, ປະ​ຊາ​ຊົນ​ສອງ​ຊາດ​ກໍ​ໄດ້​ໄປ​ມາ​ຫາ​ສູ່​ກັນ​ເລື້ອຍໆ. ກຳ​ປູ​ເຈຍ-ຈີນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ກຳ​ປູ​ເຈຍ​ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ຈີນ​ດຽວ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ແລະ​ຈະສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດຢ່າງ​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ.

     ຝ່າຍ​ຈີນ​ກ່າວ​ວ່າ: ກຳ​ປູ​ເຈຍ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ໃນ​ຂອບ​ຂໍ້​ລິ​ເລີ່ມ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ຈີນ-ກຳ​ປູ​ເຈຍ​ເປັນ​ຄູ່ຮ່ວມ​ຊາ​ຕາ​ກຳ, ຈີນ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ກຳ​ປູ​ເຈຍ​ຢ່າງ​ແທ້​ຈິງ, ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ຫຼາຍກວ່າ​ເກົ່າ​ໄປ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຢູ່​ກຳ​ປູ​ເຈຍ ເພື່ອ​ສ້າງ​ການ​ພົວ​ພັນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ.

     ນັກ​ວິ​ສາ​ຫະ​ກິດ​ຈີນ​ບາງ​ທ່ານ​ກ່າວ​ວ່າ: ໃນ​ເດືອນ​ສິງ​ຫາ​ປີນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຮຸນ​ແຊນ​ໄດ້​ປະ​ກາດ​ວ່າ​ຫ້າມ​ຫຼິ້ນ​ການພະ​ນັນທາງ​ອິນ​ເຕີ​ເນັດຢ່າງ​ຮອບ​ດ້ານ, ເຮັດ​ໃຫ້ສະ​ພາບ​ແວດ​ລ້ອມດ້ານ​ການ​ລົງ​ທຶນແລະ​ທຸ​ລະ​ກິດ​ຢູ່​ກຳ​ປູ​ເຈຍ​ຈະ​ໄດ້​ຮັບ​ການ​ປັບ​ປຸງໃຫ້​ດີ​ຂຶ້ນ, ເຊິ່ງນີ້​ໄດ້​ເພີ່ມ​ທະ​ວີ​ຄວາມ​ໝັ້ນ​ໃຈ​ໃຫ້​ນັກ​ລົງ​ທຶນ​ຈີນ.

ຄຳ​ເຫັນ

0