蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ເປີດ​ເຜີຍບົດ​ລາຍ​ງານ​ກ່ຽວ​ກັບສາຍ​ຕາມະ​ນຸດ​ສະ​ບັບທຳ​ອິດ ຮຽກ​ຮ້ອງ​ໃຫ້​ເອົາ​ໃຈ​ໃສ່​ປົກ​ປ້ອງ​ດວງ​ຕາ

2019-10-09 14:44:03 CRI

     ວັນ​ທີ 8 ຕຸ​ລານີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເປີດ​ເຜີຍ“ບົດ​ລາຍ​ງານກ່ຽວ​ກັບ​ສາຍ​ຕາ​ມະ​ນຸດ​ໂລກ” ໂດຍຊີ້​ໃຫ້​ເຫັນ​ວ່າ: ຈຳ​ນວນ​ປະ​ຊາ​ກອນ​ຜູ້​ເຖົ້າ​ຫຼາຍ​ຂຶ້ນ ຮູບ​ການດຳ​ລົງ​ຊີ​ວິດເກີດ​ມີ​ການ​ປ່ຽນ​ແປງ ແລະ​ໂອ​ກາດ​ປົກ​ປ້ອງດວງ​ຕາມີ​ໜ້ອຍ​ລົງ​ເຊິ່ງແມ່ນ​ສາ​ເຫດ​ຕົ້ນ​ຕໍ​ທີ່​ພາໃຫ້​ຈຳ​ນວນ​ຄົນທີ່ມີ​ສາຍຕາບໍ່​ສົມ​ບູນໃນ​ໂລກເພີ່ມ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ, ໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ​ແລະ​ກາງ. ບົດ​ລາຍ​ງານ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ວຽກ​ງານ​ປົກ​ປ້ອງດວງ​ຕາ.

     ບົດ​ລາຍ​ງານ​ຍັງ​ປະ​ເມີນ​ວ່າ: ໃນ​ທົ່ວ​ໂລກ​ຢ່າງ​ໜ້ອຍ​ມີປະ​ຊາ​ກອນ 2 ຕື້ 200 ລ້ານ​ຄົນ​ທີ່​ດວງຕາ​ຖືກ​ທຳ​ລາຍ​ຫຼື​ຕາ​ບອດ, ໃນ​ນັ້ນ, ຢ່າງ​ໜ້ອຍມີ​ 1 ຕື້​ຄົນ, ມີບັນ​ຫາເລື່ອງ​ສາຍ​ຕາຍ້ອນບໍ່​ຮູ້​ວິ​ທີ​ຮັກ​ສາ, ຫຼື​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປິ່ນ​ປົວ​ທີ່ຖືກ​ຕ້ອງ.

     ທ່ານເຕໂດຼ​​ສ ອາ​ດາ​ນົມ ເກ​ເບຼ​ເຢ​ຊຸ​ສ໌ ຜູ້​ອຳ​ນວຍ​ການ​ໃຫຍ່ WHO ກ່າວ​ວ່າ: ການ​ທີ່ຈັດ​ເອົາ​ວຽກ​ງານການ​ປົກ​ປ້ອງດວງ​ຕາ​ເຂົ້າ​ໃນ​ແຜນ​ການ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ແລະ​ການ​ບໍ​ລິ​ການ​ຮັກ​ສາສຸ​ຂະ​ພາບຂັ້ນ​ພື້​ນ​ຖານແມ່ນ​ພາກ​ສ່ວນ​ປະ​ກອບ​ທີ່​ສຳ​ຄັນ​ໃນ​ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ທັງ​ໝົດຂອງ​ແຕ່​ລະ​ປະ​ເທດ​ມີ​ສຸ​ຂະ​ພາບແຂງແຮງ.

ຄຳ​ເຫັນ

0