莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້ພາກ​ສ່ວນ​ລັດ​ຖະ​ບານ​ໃຫ້​ການ​ຮ່ວມ​ມື​ສອບ​ສວນ​​ຖອດ​ຖອນທ່ານ​ທ​ຣຳ

2019-10-09 10:52:55 cri

ຕາມ​ຂ່າວCRI: ວັນ​ທີ 7 ຕຸ​ລານີ້, ສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ໄດ້ສົ່ງ​ໝາຍ​​ຮຽກ​ເຖິງກະ​ຊວງ​ປ້ອງ​ກັນ​ປະ​ເທດ, ກົມ​ຄຸ້ມ​ຄອງ​ການ​ບໍ​ລິ​ຫານ​ແລະ​ງົບ​ປະ​ມານ, ​ໂດຍຮຽກ​ຮ້ອງ​ໃຫ້​ພາກ​ສ່ວນ​ດັ່ງ​ກ່າວ​ສະ​ໜອງ​ເອ​ກະ​ສານ​ກ່ຽວ​ຂ້ອງ​ກັບ​ “ເຫດ​ການໂທ​ລະ​ສັບ”ຂອງ​ທ່ານ​​ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ຕາມ​ຄວາມ​ຕ້ອງ​ການ, ເພື່ອ​ປະ​ສານ​ສົມ​ທົບ​ກັບ​ການ​ສອບ​ສວນ​ຖອດ​ຖອນ​​ທ່ານ​ທ​ຣຳ​ຂອງ​ສະ​ພາ​ຕ່ຳ.

ໝາຍ​ຮຽກ 2 ສະ​ບັບ​ນີ້​ ​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ ແລະ​ກົມ​ບໍ​ລິ​ຫານ​ຄຸ້ມ​ຄອງ​ແລະ​ງົບ​ປະ​ມານ​ສະ​ໜອງ​ເອ​ກະ​ສານ​​ທີ່ກ່ຽວ​ຂ້ອງ​ໃຫ້​ກ່ອນ​ວັນ​ທີ 15 ຕຸ​ລານີ້, ເພື່ອ​ໃຫ້​ສະ​ພາ​ຕ່ຳ​ສອບ​ສວນ​ສາຍ​ເຫດ​ທີ່​ທຳ​ນຽບ​ຂາວ​​ຢຸດ​ຕິ​ການ​ຊ່ວຍ​ເຫຼືອ​ທາງ​ການ​ທະ​ຫານ​ຕໍ່​ອູແກຼນ ແລະ​ອື່ນໆ.

ຄຳ​ເຫັນ

0