ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວCRI: ກະຊວງການຄ້າອາເມລິກາປະກາດແຈ້ງການໃນວັນທີ 7 ຕຸລານີ້ວ່າ, ຈະຈັດເອົາປ້ອງກັນຄວາມສະຫງົບເຂດປົກຄອງຕົນເອງເຜົ່າອຸຍເກີຊິນຈ່ຽງຈີນພ້ອມດ້ວຍອົງການຕ່າງໆທີ່ຂຶ້ນກັບກົມດັ່ງກ່າວ 18 ແຫ່ງ, ແລະບໍລິສັດຈີນ 8 ແຫ່ງ ເຂົ້າໃນບັນຊີຈຳກັດການສົ່ງອອກ. ກ່ຽວກັບເລື່ອງນີ້, ທ່ານເກີງສວງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວປະຈຳຂອງກະຊວງການຕ່າງປະເທດຈີນໃນວັນທີ 8 ຕຸລານີ້ວ່າ: ການກະທຳຂອງອາເມລິກາໄດ້ຝ່າຝືນກ່ຽວກັບຫຼັກການພື້ນຖານຂອງການພົວພັນສາກົນຢ່າງໜັກໜ່ວງ, ເປັນການແຊກແຊງວຽກງານພາຍໃນຂອງຈີນ, ທຳລາຍຜົນປະໂຫຍດຂອງຈີນ, ຈີນສະແດງຄວາມບໍ່ພໍໃຈຢ່າງສູງກ່ຽວກັບເລື່ອງນີ້, ແລະຄັດຄ້ານຢ່າງເດັດດ່ຽວ.
ທ່ານເກີງສວງໄດ້ກ່າວເນັ້ນໜັກວ່າ, ວຽກງານຂອງເຂດຊິນຈ່ຽງແມ່ນວຽກງານພາຍໃນຂອງຈີນ, ປະເທດໃດໆກໍບໍ່ມີສິດແຊກແຊງ.
“ເຂດຊິນຈ່ຽງບໍ່ມີບັນຫາດ້ານສິດທິມະນຸດທີ່ຕາມທີ່ອາເມລິກາກ່າວອ້າງ, ການຕຳໜິຕິຕຽນທີ່ກ່ຽວຂ້ອງພຽງແຕ່ເປັນຂໍ້ອ້າງທີ່ອາເມລິກາຫວັງຢາກແຊກແຊງວຽກງານພາຍໃນຂອງຈີນເທົ່ານັ້ນ. ເຂດຊິນຈ່ຽງໄດ້ນຳໃຊ້ມາດຕະການຕໍ່ຕ້ານການກໍ່ການຮ້າຍແລະລົບລ້າງການຫັນເປັນຫົວຮຸນແຮງ, ມີຈຸດປະສົງເພື່ອສະກັດກັ້ນການແຜ່ຂະຫຍາຍຂອງລັດທິຫົວຮຸນແຮງແລະລັດທິການກໍ່ການຮ້າຍຈາກແຫຼ່ງກຳເນີດ, ເຊິ່ງສອດຄ່ອງກັບກົດໝາຍຂອງຈີນຢ່າງຄົບຖ້ວນ, ທັງສອດຄ່ອງກັບພຶດຕິກຳຂອງສາກົນທີ່ໄດ້ປະຕິບັດເຊິ່ງມາດຕະການເຫຼົ່ານີ້ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຊົນບັນດາເຜົ່າຂອງເຂດຊິນຈ່ຽງຈຳນວນ 25 ລ້ານຄົນ, ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດການຕໍ່ຕ້ານການກໍ່ການຮ້າຍສາກົນ.”
ທ່ານເກີງສວງໄດ້ກ່າວເຕືອນໃຫ້ອາເມລິກາຈົ່ງແກ້ໄຂຄວາມຜິດພາດໃນທັນທີ, ຍົກເລີກຂໍ້ຕົກລົງທີ່ກ່ຽວຂ້ອງ, ຢຸດຕິດການແຊກແຊງວຽກງານພາຍໃນຂອງຈີນ. ທ່ານກ່າວວ່າ, ຈີນຈະສືບຕໍ່ນຳໃຊ້ມາດຕະການທີ່ຈຳປັນຢ່າງເດັດດ່ຽວໜຽວແນ້ນ, ເດັດດ່ຽວປົກປ້ອງອະທິປະໄຕ, ຄວາມໝັ້ນຄົງແລະຜົນປະໂຫຍດດ້ານການພັດທະນາຂອງປະເທດ.
ຄຳເຫັນ
0