徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ກ່ຽວ​ກັບ​ເລື່ອງ​ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ຈີນ​ຢຸດ​ຕິ​ການ​ຖ່າຍ​ທອດ​ສົດ​ການ​ແຂ່ງ​ຂັນ​ຂອງ NBA

2019-10-09 16:29:11 ​CRI

ຕາມ​ຂ່າວCRI: ວັນ​ທີ 8 ຕຸ​ລາ​ນີ້, ທ່ານ​ເກີງ​ສວງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ທີ່​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ຈີນ​ຢຸດ​ຕິ​ການ​ຖ່າຍ​ທອດ​ສົດ​ການ​ແຂ່ງ​ຂັນ​ຂອງ NBA ​ວ່າ, ເມື່ອດຳ​ເນີນ​ການແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ, ແຕ່​ບໍ່​ເຂົ້າ​ໃຈ​ຈິດ​ໃຈ​ຂອງຊາວ​ຈີນແມ່ນ​ເປັນ​ໄປ​ບໍ່​ໄດ້.

 

ທ່ານ​ເກີງ​ສວງ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​​ປະ​ຈຳ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ, ສະ​ຖານ​ກົງ​ສຸນ​ຈີນ​ປະ​ຈຳ​ນະ​ຄອນ​ຮິວ​ສະ​ຕັນ​ຂອງ​ອາ​ເມ​ລິ​ກາ​ໄດ້ຍື່ນ​ຄຳປະ​ທ້ວງ​ຢ່າງ​ເຄັ່ງ​ຂຶມ​ກ່ຽວ​ກັບ​ຖ້ອຍ​ຄຳ​ທີ່​ຜິດ​ພາດ​ຂອງ​ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ໂມ​ສອນ​ບານ​ບ້ວງ​ຮິວ​ສ​ະຕັນຣອກ​ເກີດ, ສະ​ມາ​ຄົມ​ບານ​ບ້ວງ​ຈີນ​ແລະ​ຄູ່​ຮ່ວມ​ມື​​ຝ່າຍ​ຈີນ​ຂອງ​ສະ​ໂມ​ສອນ​ດັ່ງ​ກ່າວ​ໄດ້​ອອກ​ຖະ​ແຫຼງ​ການ​ຕາມ​ລຳ​ດັບ. ທ່ານ​ກ່າວ​ເນັ້ນ​ວ່າ:

 

ຫຼັກ​ໝັ້ນ​ຂອງ​ຈີນ​ມີ​ຄວາມ​ຈະ​ແຈ້ງ​ຫຼາຍ​ແລ້ວ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ຜູ້​ທີ່​ກ່ຽວ​ຂ້ອງ​ກັບ​ເລື່ອງ​ນີ້​ໄດ້​ພິ​ຈາ​ລະ​ນາ​ເຖິງປະ​ຕິ​ກິ​ລິ​ຍາ​ແລະ​ທ່າ​ທີ​ຂອງມວນ​ຊົນ​ຈີນ​ກ່ຽວ​ກັ​ບ​ເລື່ອງ​ນີ້. ເມື່ອດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ຈີນ, ແຕ່​ບໍ່​ເຂົ້າ​​ໃຈ​ຈິດ​ໃຈ​ຂອງ​ຊາວ​ຈີນ, ແມ່ນ​ເປັນ​ໄປ​ບໍ່​ໄດ້.

ຄຳ​ເຫັນ

0