蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສ້າງ​ເປັນ​ຕາ​ໜ່າງ​ສະ​ຖາ​ນີ​ສາກ​ແບັດເຕີ​ຣີຕາມ​ທາງ​ດ່ວນໂດຍ​ພື້ນ​ຖານ

2019-10-09 14:10:37 CRI

     ຄຽງ​ຄູ່​ກັບ​ສະ​ຖາ​ນີສາກ​ແບັດເຕີ​ຣີ​ຕາມ​ທາງ​ດ່ວນ​ຂອງ​ຈີນ​ໄດ້ພັດ​ທະ​ນາ​ໃຫ້ສົມ​ບູນ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ, ລົດໄຟ​ຟ້າ​ກໍ​ສາ​ມາດ​ເດີນ​ທາງ​ໃນ​ໄລ​ຍະ​ໄກໄດ້​ແລ້ວ. ວັນ​ທີ 9 ຕຸ​ລານີ້, ບໍ​ລິ​ສັດ​ລົດໄຟ​ຟ້າ​ຂອງກຸ່ມ​ບໍ​ລິ​ສັດ​ເຄືອ​ຄ່າຍ​ໄຟ​ຟ້າ​ແຫ່ງ​ຊາດ​ຈີນ​ໃຫ້​ຮູ້​ວ່າ: ໃນ​ວັນ​ພັກ 7 ມື້ຂອງວັນ​ຊາດ​ຈີນ​ທີ່​ຫາກໍ່​ຜ່ານ​ໄປ, ລົດໄຟ​ຟ້າ​ໄດ້​ກາຍ​ເປັນ​ກຳ​ລັງ​ຕົ້ນ​ຕໍ​ຢູ່​ຕາມທາງ​ດ່ວນ, ສະ​ນັ້ນ, ປະ​ລິ​ມານການ​ສາກ​ແບັດ​ເຕີ​ຣີ​ຕໍ່​ມື້​ຂອງ​ສະ​ຖາ​ນີ​ສາກ​ແບັດ​ເຕີ​ຣີ​ຕາມ​ທາງ​ດ່ວນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ເຊິ່ງ​ເພີ່ມ​ຂຶ້ນເປັນ 2 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

     “ຫາ​ບ່ອນສາກ​ແບັດເຕີ​ຣີ​ຍາກແລະ​ຫຍຸ້ງ​ຍາກ​ໃນການເດີນ​ທາງ​ໄກ”, ທີ່​ເມື່ອ​ກ່ອນເປັນ“ຄວາ​ມ​ອຶດ​ອັດ”ຂອງ​ຜູ້​ຂັບ​ລົດ​ໄຟ​ຟ້າ​ສ່ວນ​ຫຼາຍ. ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກດັ່ງ​ກ່າວ, ໃນ​ຫຼາຍ​ປີ​ມານີ້, ຈີນ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ສ້າງ​ສະ​ຖາ​ນີ​ສາກ​ແບັດ​ເຕີ​ຣີ​ຕາມ​ທາງ​ດ່ວນ​ແ​ລະ​ມີ​ຄວາມ​ເຊື່ອມ​ໂຍງ​ກັນ​ຫຼາຍ​ຂຶ້ນ. ສະ​ຖາ​ນີ​ສາກ​ແບັດ​ເຕີ​ຣິ​ທີ່​ສ້າງ​ຂຶ້ນໂດຍກຸ່ມ​ບໍ​ລິ​ສັດ​ເຄືອ​ຄ່າຍ​ໄຟ​ຟ້າ​ແຫ່ງ​ຊາດ​ຈີນ​ໄດ້​ມີ​ເຖິງ 2080 ແຫ່ງແລ້ວ, ລວມ​ທັງ​ເຄື່ອງສາກ​ແບັດ​ເຕີ​ຣີ 8423 ເຄື່ອງຕາມ​ທາງ​ດ່ວນ​ເກືອບ 50 ພັນ​ກີ​ໂລ​ແມັດ, ເຊື່ອມຕໍ່ 171 ເມືອງ​ໃນ 19 ແຂວງ. ສະ​ເລ່ຍ​ແລ້ວ, ຢູ່ຕາມ​ທາງ​ດ່ວນ, ຫ່າງ​ກັນ​ບໍ່​ເຖິງ 50 ກີ​ໂລ​ແມັດ​ກໍ​ມີສະ​ຖາ​ນີ​ສາກ​ແບັດ​ເຕີ​ຣິ​ 1 ແຫ່ງ​, ໃຊ້​ເວ​ລາພຽງ​ເຄິ່ງ​ຊົ່ວ​ໂມງເທົ່າ​ນັ້ນ​ກໍ​ສາ​ມາດ​ສາກ​ແບັດ​ເຕີ​ຣິ​ໃຫ້​ເຕັມໄດ້.

     ການ​ສາກ​ແບັດ​ເຕີ​ຣີສະ​ດວກ​ຂຶ້ນ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່ຜູ້​ຂັດ​ລົດໄຟ​ຟ້າ​ໃນ​ການ​ເດີນ​ທາງ​ໄກ. ຂໍ້​ມູນ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ປີນີ້​ມາ, ປະ​ລິ​ມານ​ສາກ​ແບັດ​ເຕີ​ຣີຕາມທາງ​ດ່ວນທີ່​ສຳ​ຄັນ​ຂອງ​ຈີນໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ໂດຍ​ສະ​ເພາະ​ໃນ​ມື້​ພັກ​ວັນ​ບຸນ​ກໍ​ຍິ່ງ​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ຄຳ​ເຫັນ

0