黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ບໍ​ລິ​ໂພກໄດ້​ຮັບ​ການ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ກາຍ​ເປັນພະ​ລັງ​ແຮງ​ທີ່​ແຂງ​ແກ່ນ​ໃຫ້​ແກ່​ເສດ​ຖະ​ກິດ​ຈີນ

2019-10-09 15:26:05 cri

ວັນ​ທີ 8 ຕຸ​ລາ​ນີ້, CRI ໄດ້​ພິມ​ບົດ​ວິ​ເຄາະ​ທີ່​ມີ​ຫົວ​ຂໍ້​ຊື່​ວ່າ “ການ​ບໍ​ລິ​ໂພກໄດ້​ຮັບ​ການ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ​ກາຍ​ເປັນພະ​ລັງ​ແຮງ​ທີ່​ແຂງ​ແກ່ນ​ໃຫ້​ແກ່​ເສດ​ຖະ​ກິດ​ຈີນ”.

ບົດ​ວິ​ເຄາະຂຽນ​ວ່າ, ​ໃນ​ໄລ​ຍະ​​ພັກ​ວັນ​ຊາດ​ຈີນແຕ່​ວັນ​ທີ 1 ຫາ​ວັນ​ທີ 7 ຕຸ​ລາ​ນີ້​, ລາຍ​ຮັບ​ດ້ານການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ບັນ​ລຸ​ເຖິງ 649,71 ຕື້ຢວນ, ການ​ບໍ​ລິ​ໂພກ​ພວມ​ກາຍ​ເປັນກຳ​ລັງ​ຊຸກ​​ດັນ​ສຳ​ຄັນ​ຕໍ່​ເນື່ອງ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ​ພັດ​ທະ​ນາ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ໂລກ​ໄດ້​ຮັບ​ແຮງ​ກົດ​ດັນ​ທີ່ຈະ​​ເຮັດ​ໃຫ້​ເສດ​ຖະ​ກິດ​ຊຸດ​ໂຊມ​ລົງ, ແລະ​​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ແລະ​ລັດ​ທິ​ຝ່າຍ​ດຽວຟື້ນ​ຕົວ​ຄືນ​ໃໝ່, ​ແຕ່ພື້ນ​ຖານ​ຂອງ​ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ສາ​ມາດ​ພຽງ​ພໍ​ໃນ​ການ​ຕ້ານ​ຄວາມ​ສ່ຽງ​ດ້ານ​ເສດ​ຖະ​ກິດ​ຈາກ​ພາຍນອກ.

ບົດ​ວິ​ເຄາະລະ​ບຸວ່າ, ປີ 2018, ການ​ບໍ​ລິ​ໂພກ​ໄດ້​ກາຍ​ເປັນ​ກຳ​ລັງ​ຊຸກ​ດັນ​ອັນ​ດັບ​ໜຶ່ງ​ 5 ປີ​ລຽນ​ຕິດ​ທີ່​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ. ໃນ 6 ເດືອນ​ຕົ້ນ​ປີ​ນີ້, ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ຈີນ​ມີ​ຫຼາຍກວ່າ 60% ​ແມ່ນ​ມາ​ຈາກ​ການ​ບໍ​ລິ​ໂພກ, ລາຍ​ຮັບ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໄດ້​ເພີ່ມ​ຄວາມ​ສາ​ມາດ​ໃນ​ການ​ໃຊ້​ຈ່າຍດ້ານ​ການ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ​ຈີນ​ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຜູ້​ບໍ​ລິ​ໂພກ​ດ້ວຍ​ຜະ​ລິດ​ຕະ​ພັນ​ແລະ​ການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ດີກວ່າ​ເກົ່າ.

 

ຄຳ​ເຫັນ

0