刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ

2019-10-12 11:28:12 CRI

图片默认标题

ຕາມ​ຂ່າວ CRI: ວັນ​ທີ 11 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປ​ະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານນາ​ເຣັນ​ດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍຢູ່​ນະ​ຄອນ​ເຊັນ​ນາຍ​ຂອງ​ອິນ​ເດຍ.

图片默认标题_fororder_1125093788_15708228729331n

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປີ​ກາຍ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢູ່​ນະ​ຄອນ​ອູ​ຮັ້ນຂອງ​ຈີນ​ຢ່າງ​ສຳ​ເລັດ​ຜົນ ເຊິ່ງ​​ພາ​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອິນ​ເດຍ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເດີນ​ທາງ​ມາ​ເຖິງລັດ​​ທາ​ມິນ ນາ​ດູ​ທາງ​ພາກ​ໃຕ້​ຂອງ​ອິນ​ເດຍ​ຕາມ​ຄຳ​​ເຊື້ອເຊີນ​ຂອງ​ທ່ານ ເຊິ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ສາ​ມາດ​ຮັບ​ຮູ້​ອິນ​ເດຍຫຼາຍກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ​ການ​ໄປ​ມາ​ຫາ​​ສູ່​ກັນ​ລະ​ຫວ່າງ​ຈີນ​ກັບລັດ​​ທາ​ມິນ ນາ​​ດູ​ມີ​ປະ​ຫວັດ​ສາດ​ອັນ​ຍາວ​ນານ, ຕັ້ງ​ແຕ່​ສະ​ໄໝ​ບູ​ຮານ​​ລັດ​ທາ​ມິນ ນາ​ດູ​ ​ມີ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ທາງ​ທະ​ເລ​ກັບ​ຈີນ​ຢ່າງ​​ແໜ້ນ​ແຟ້ນ ທັງ​ເປັນ​ສູນ​ກາງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ທາງ​ທະ​ເລຕາມ​ເສັ້ນ​ທາງ​ສາຍ​ໄໝ​ສະ​ໄໝ​ບູ​ຮານ. ຈີນ​ແລະ​ອິນ​ເດຍ​ແມ່ນ​ປະ​ເທດ​ທີ່​ມີ​ອະ​ລິ​ຍະ​ທຳ​ເກົ່າ​ແກ່​ທີ່​ມີ​ປະ​ຫວັດ​​ສາດ​ເປັນ​ເວ​ລາຫຼາຍ​ພັນ​ປີ, ການ​ແລກ​ປ່ຽນ​ແລະ​ການຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ທອດ​ຈົນ​ມາ​ເຖິງ​ຍຸກ​ປັດ​ຈຸ​ບັນ. ບັນ​ພະ​ບຸ​ລຸດ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ແລກ​ປ່ຽນ​ຢ່າງກວ້າງ​ຂວາງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ການ​ຖ່າຍ​ທອດ​ວັນ​ນະ​ຄະ​ດີ, ສີ​ລະ​ປະ, ປັດ​ສະ​ຍາ​ແລະ​ສາ​ສະ​ໜາ ເຊິ່ງ​ສອງ​ຝ່າຍ​ກໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງຫຼວງຫຼາຍ. ສຳ​ລັບ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ອິນ​ເດຍ​ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອຍຫຼາຍ, ສອງ​ຝ່າ​ຍ​ຄວນ​ຖື​ເອົາ​ການ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 70 ປີ​ເປັນ​ໂອ​ກາດ​ທີ່​ດີ​ເພື່ອດຳ​ເນີນ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໃນ​ຂົງ​ເຂດທີ່​ກ້​ວາງ​ຂວາງກວ່າ​ເກົ່າ ແລະ​ເລິກ​ເຊິ່ງ​ກວ່າ​ເກົ່າ, ຮ່ວມ​ກັນ​ສົ່ງ​ເສີມ​ແລະ​​ຊຸກ​ຍູ້​ການ​ສົນ​ທະ​ນາ​ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ທີ່​ຕ່າງ​ກັນ ເພື່ອ​ເພີ່ມ​ກຳ​ລັງແຮງ​ຢ່າງ​ຕໍ່​ເນື່ອງ​ໃຫ້​ແກ່​ການ​ຂະ​ຫຍາຍການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້ຫຼາຍກວ່າ​ເກົ່າ ແລະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ອະ​ລິ​ຍະ​ທຳ​ອາ​ຊີ​ໃຫ້​ມີ​ຄວາມ​ໂດດ​ເດັ່ນ​ສະ​ຫງ່າກວ່າ​ເກົ່າ.

ທ່ານ​ໂມ​ດີ​ກ່າວ​ວ່າ, ຜ່ານ​ການ​ພັດ​ທະ​ນາ​ເປັນ​ເວ​ລາຫຼາຍ​ພັນ​ປີ, ອິນ​ເດຍ​ແລະ​ຈີນ​ໄດ້​ກາຍ​ເປັນ​ກຸ່ມ​ເສດ​ຖະ​ກິດ​ທີ່​ຈະ​ເລີນ​ໃໝ່​ທີ່ສຳ​ຄັນ, ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມີ​ຄວາມ​ໝາຍ​ສຳ​ຄັນ​​ຕໍ່​ການ​ພັດ​ທະ​ນາ​ຂອງ​ສອງ​ປະ​ເທດ ແລະ​ຈະ​ຊຸກ​ຍູ້​ຄວາມ​ກ້າວ​ໜ້າ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ທົ່ວ​ໂລກ. ອິນ​ເດຍ​ແລະ​ຈີນ​ມີ​ອະ​ລິ​ຍະ​ທຳ​ທີ່​ເກົ່າ​ແກ່​ແລະ​ເລິກ​ເຊິ່ງ, ສະ​ຕິ​ບັນ​ຍາ​ຂອງ​ອະ​ລິ​ຍະ​ທຳ​ເຫຼົ່າ​ນີ້​ສາ​ມາດ​​ໃຫ້​ແຮງ​ບັນ​ດານ​ໃຈ​ແກ່​ໂລກ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ປັດ​ຈຸ​ບັນ​ນີ້.

ຄຳ​ເຫັນ

0