赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົບ​ປະ​​ທີ່ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 2 ຂອງ​ຜູ້​ນຳ​ຈີນ-ອິນ​ເດຍ​ໄດ້​ຮັບ​ໝາກ​ຜົນ​ອຸ​ດົມ​ສົມ​ບູນ

2019-10-13 14:47:18 cri

 

ຕາມ​ຂ່າວ CRI: ວັນ​ທີ 11 ຫາ​ວັນ​ທີ 12 ຕຸ​ລານີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ນາ​ເຣັນ​ດ​ຮາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດ​ຍ​ໄດ້​ຈັດ​ການ​ພົບ​ປະ​ທີ່ບໍ່​ເປັນ​ທາງ​ການ​ຄັ້ງ​ທີ 2 ຢູ່​ນະ​ຄອນ​​ເຊັນ​ນາຍ​ຂອງອິນ​ເດຍ. ຫລັງ​ການ​ພົບ​ປະ, ທ່ານ​ໂລ​ຈ້າວ​ຮຸ່ຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​ແຈ້ງ​ສະ​ພາບ​ການ​ພົບ​ປະ​ໃຫ້​ສື່ມວນ​ຊົນ​ຊາບ.

ທ່ານ​ໂລ​ຈ້າວ​ຮຸ່ຍ​ກ່າວ​ວ່າ: ຜູ້​ນຳ​ສອງ​ປະ​ເທດ​ໄດ້​ກ່າວ​ຢ້ຳ​ຄວາມ​​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ຕົກ​ລົງ​ໃນ​ການ​ພົບ​ປະ​ຢ່າງ​ບໍ່​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປ​ຈີນ​ໃນ​ເດືອນ​ເມ​ສາ​ປີ 2018, ເຊິ່ງກໍ່​ຄື​ຈີນ​ແລະ​ອິນ​ເດຍ​ຕ່າງ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ໃນ​ການ​ພັດ​ທະ​ນາ​ເຊິ່ງ​ກັນ​ແລະ​ກັນ, ແມ່ນ​ປັດ​​ໄຈ​ໝັ້ນ​ທ່ຽງ​ໃນ​ສະ​ຖາ​ນະ​ການ​ສາ​ກົນ​ໃນ​ປັດ​ຈຸ​ບັນ.

ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ວ່າ, ຄວນ​ສະ​ໜັບສະ​ໜູນ​ແລະ​ເພີ່ມ​ທະ​ວີ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ບົນ​ພື້ນ​ຖານ​ກະ​ຕິ​ກາ​ໃນ​ປັດ​ຈຸ​ບັນ. ຈີນ-ອິນ​ເດຍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ໃຫ້​ບັນ​ລຸ​ການ​ຄ້າ​ແບບ​​ເປີດ​ປະ​ຕູ​ ​ແລະ​ກວມ​ລວມ, ໃຫ້​ທຸກປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ.

ຜູ້​ນຳ​ສອງ​ທ່ານ​ເຫັນ​ວ່າ, ສອງ​ປະ​ເທດ​ຄວນ​ສຸມ​​ໃສ່​ການໂຈມ​ຕີ​ລັດ​ທິກໍ່​ການ​ຮ້າຍ​ທຸກ​ຮູບ​​ແບບ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ເພື່ອ​ຕ້ານ​ການກໍ່​ການ​ຮ້າຍ.

ຜູ້​ນຳ​ສອງ​ປະ​ເທດ​ລ້ວນ​ແຕ່​ເຫັນ​ວ່າ, ຈີນ​ແລະ​ອິນ​ເດຍ​ຄວນ​ເພີ່ມ​ທະ​ວີ​ການ​ສົນ​ທະ​ນາ​ກັນ, ​ໃຫ້ປະ​ຊາ​ຊົນ​ສອງ​ປະ​ເທດເພີ່ມ​ຄວາມ​ເຂົ້າ​ໃຈ​ຕໍ່​ວັດ​ທະ​ນະ​ທຳ​​ເຊິ່ງ​ກັນ​ແລະ​ກັນ​. ສອງ​ຝ່າຍ​ຄວນ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສົນ​ທະ​ນາ​ແລະ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງວັດ​ທະ​ນະ​ທຳ​ແລະ​ອາ​ລະ​ຍະ​ທຳ​ທີ່ຕ່າງ​ກັນ.

​ຜູ້​ນຳ​ສອງ​ປະ​ເທດ​ໄດ້​ຢືນ​ຢັນ​ວ່າ ສະ​ພາບ​ແວດ​ລ້ອມ​ທີ່​ໄຂ​ປະ​ຕູ​ສູ່​ພາຍນອກ ການ​ໂອບ​ອ້ອມ​ອາ​ລີ​, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ, ພ້ອມ​ດ້ວຍ​ການ​ເຊື່ອມ​ຈອດ​ກັນ​ທີ່​ສົມ​ບູນກວ່າ​ເກົ່າ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ຕົນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ອິນ​ເດຍ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອິນ​ເດຍ-ມຽນ​ມາ-ບັງ​ກາ​ລະ​ເດັດ.

ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ລະ​ຫວ່າງສອງ​ປະ​ເທດ​ຕື່ມ​ອີກ, ຜູ້​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ຜ່ານ​ການ​ຄົ້ນ​ຄວ້າ​ສ້າງ​ “ການ​ພົວ​ພັນ​ຄູ່​ຮ່ວມ​ດ້ານ​ຂະ​ແໜງ​ການການ​ຜະ​ລິດ”, ສົ່ງ​ເສີມ​ສອງ​ຝ່າຍ​ລົງ​ທຶນ​ໃສ່​ກັນ​ໃນ​ຂົງ​ເຂດ​ທີ່​ມີ​ກຳ​ລັງ​ບົ່ມ​ຊ້ອນ, ແລະ​ກຳ​ນົດ​ເຈົ້າ​ໜ້າ​ທີ່​​ທີ່​ກ່ຽວ​ຂ້ອງເພື່ອ​ຊຸກ​ຍູ້​ໂຄງ​ຄວາມ​ຄິດ​ດັ່ງ​ກ່າວ​ໃນ​ກອງ​ປະ​ຊຸມ​ກົນ​ໄກ​ສົນ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ດັບ​ສູງ.

ຜູ້​ນຳ​ທັງ​ສອງ​ທ່ານ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ທີ່​ສອງ​ຝ່າຍບໍ່​ທັນ​ຕົກ​ລົງ​ເຊັ່ນ: ​ບັນ​ຫາ​ຊາຍ​ແດນ ແລະ​ອື່ນໆ.

ຄຳ​ເຫັນ

0