赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ຈົດ​ໝາຍອວຍ​ພອນກອງ​ໜ້າ​ເຍົາ​ວະ​ຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 70 ປີ

2019-10-13 14:52:10 cri

图片默认标题_fororder_1125097206_15708808738081n

ຕາມ​ຂ່າວ CRI: ເນື່ອງ​ໃນ​ໂອ​ກາດກອງ​ໜ້າ​ເຍົາ​ວະ​ຊົນ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 70 ປີ, ທ່ານ​ສີ​ຈິ້ນ​ຜິງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ສົ່ງ​ຈົດ​ໝາຍອວຍ​ພອນ, ຕາງ​ໜ້າ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ແລະ​ຝາກ​ຄວາມຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ​ມາ​ຍັງ​ສະ​ມາ​ຊິກ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ, ພ້ອມ​ດ້ວຍ​ຜູ້​ຊ່ວຍ​ອົບ​ຮົມ​ແລະ​ຜູ້​ເຮັດ​ວຽກ​ກ່ຽວ​ກັບ​ກອງ​ໜ້າ​ເຍົາ​ວະ​ຊົນ​ທີ່​ເຮັດ​ວຽກ​ຢ່າງ​ດຸ​ໝັ່ນ​ຫ້າວ​ຫັນ​ເພື່ອ​ພາ​ລະ​ກິດ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ຂອງ​ພັກກອມ​ມູ​ນິດ​ຈີນ.

ໃນ​ຈົດ​ໝາຍອວຍ​ພອນ, ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ, ໃນ 70 ປີ​ທີ່​ຜ່ານ​ມາ, ກອງ​ໜ້າ​ເຍົາ​ວະ​ຊົນ​ໄດ້​ຍຶດ​ໝັ້ນ​ການ​ສຶກ​ສາ​ດ້ານ​ການ​ຈັດ​ຕັ້ງ ເປັນ​ເຈົ້າ​ຕົນ​ເອງ​ແລະ​ການ​ລົງ​ພຶດ​ຕິ​ກຳ​ປະ​ສານ​ສົມ​ທົບ​ເປັນ​ເອ​ກະ​ພາບ​ກັນ, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​​ເພື່ອ​ໃຫ້​ພາ​ລະ​ກິດ​ຂອງ​ພັກ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​​ຮັບ​ການສືບ​ທອດ​ໄປ​ທຸກ​ເຊັ່ນ​ຄົນ.

ກອງ​ໜ້າ​ເຍົາ​ວະ​ຊົນ​ຈີນ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ເດັກ​ນ້ອຍ​ເວົາ​ຍະ​ຊົນ​ຈີນ​ທີ່​ລິ​ເລີ່ມ​ສ້າງ​​ຕັ້ງ​ແລະ​​ຊີ້​ນຳນຳ​ພາໂດຍ​ພັກ​ກອມ​ມູ​ນິດ​ຈີນ ແລະ​​ໄດ້​ມອບ​ໝາຍ​ໃຫ້​ຄະ​ນະ​ໄວ​ໜຸ່ມກອງ​ມູ​ນິດ​ຈີນ​ນຳ​ພາ​ໂດຍ​ກົງ. ແຕ່​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ວັນ​ທີ 13 ຕຸ​ລາ ປີ 1949 ເປັນ​ຕົ້ນ​ມາ, ກອງ​ໜ້າ​ເຍົາ​ວະ​ຊົນ​ຈີນ​ໄດ້​ຜັນ​ຂະ​ຫຍາຍ​ທິດ​ທາງ​ການ​ສຶກ​ສາ​ຂອງ​ພັກ​ຢ່າງ​ຮອບ​ດ້ານ, ໄດ້​​ປິ່ນ​ອ້ອມ​ສະ​ພາບ​ການ​ໃຫຍ່​ຂອງ​ພັກ​ແລະ​ລັດ​ຖະ​ບານ, ອິງ​ຕາມ​ເອ​ກະ​ລັກ​ພິ​ເສດ​ຂອງ​ເດັກ​ນ້ອຍ​ເຍົາ​ວະ​ຊົນ​ມາ​ດຳ​ເນີນ​ກິດ​ຈະ​ກຳ​ຕ່າງໆ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ໄດ້​ອົບ​ຮົມ​ບົ່ມ​ສ້າງ​ຜູ້​ສ້າງ​ສາ​ແລະ​ຜູ້​ສືບ​ທອດ​ສັງ​ຄົມ​ນິ​ຍົມຫຼາຍໆ​ຮຸ້ນ. ປັດ​ຈຸ​ບັນ, ທົ່ວ​ປະ​ເທດ​ຈີນ​ມີ​ສະ​ມາ​ຊິກ​ກອງ​ໜ້າ​ເຍົາ​ວະ​ຊົນ​ອາ​ຍຸ​ 6-14 ປີ​ປະ​ມານ 130 ລ້ານ​ຄົນ.

ຄຳ​ເຫັນ

0