曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະມາຄົມແພດສາດມະຫາວິທະຍາໄລຈີນອາຊຽນສ້າງຕັ້ງຂຶ້ນຢູ່ປັກກິ່ງ

2019-10-15 17:08:27 CRI

ວັນ​ທີ 14 ຕຸ​ລາ​ນີ້, ເພື່ອ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​​ໃນຂົງ​ເຂດ​ແພດ​ສາດ​ຈີນ​ອາຊຽນ, ສະ​ມາ​ຄົມ​ແພ​ດ​ສາດ​ມະ​ຫາ​ວິ​ທະ​ຍາ​ໄລຈີນ​ອາ​ຊຽນ​​ໄດ້ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ. ​ແລະ​ໄດ້​ອອກ​ຖະ​ແຫຼງ​ການ​ປັກ​ກິ່ງ​ຂອງ​ສະ​ມາ​ຄົມ​ດັ່ງ​ກ່າວໃນ​ມື້​ດຽວ​ກັນ.

ວັນ​ທີ 14 ຕຸ​ລາ​ນີ້, ກອງ​ປະ​ຊຸມ​ໃຫຍ່​​ເພື່ອສ້າງ​ຕັ້ງ​ຂຶ້ນ​ຂອງ​ສະ​ມາ​ຄົມ​ແພດ​ສາດ​ມະ​ຫາ​ວິ​ທະ​ຍ​າ​ໄລ​ຈີນ​ອາ​ຊຽນ​ທີ່​ຈັດ​​ຂຶ້ນໂດຍ​ສູນ​ຈີນ​ອາ​ຊຽນ​ແລະ​ພະ​ແນກ​ແພດ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍ​າ​ໄລ​ປັກ​ກິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ. ​ຖະ​ແຫຼງ​ການ​ປັກ​ກິ່ງ​​ຂອງສະ​ມາ​ຄົມ​ແພດ​ສາດ​ມະ​ຫາ​ວິ​ທະ​ຍາ​ໄລ​ຈີນ​ອາ​ຊຽນກ່າວ​ເນັ້ນ​ວ່າ, ສະ​ມາ​ຄົມ​ຈະ​ຮ່ວມ​ຮັບ​ມື​​ກັບ​ສິ່ງການ​ທ້າ​ທາຍ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ຂອງ​ພາກ​ພື້ນແລະ​ທົ່ວ​ໂລກ​ໂດຍ​ຜ່ານ​ການ​ຮ່​ວມ​ມື​ແລະ​ແລ​ກ​ປ່ຽນ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​​ປັບ​ປຸງ​ສຸ​ຂະ​ພາບ​​ຂອງປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ແລະຊຸກ​ຍູ້​ການພັດ​ທະ​ນາ​ວຽກ​ງານ​ການ​ປິ່ນ​ປົວ​ສຸກ​ຂະ​ພາບ​​ຂອງເຂດ​ແຄວ້ນ​ແລະ​ທົ່ວ​ໂລກ.

 ທ່ານ​ເຊີນ​ເດີ​ໄຫ ເລ​ຂາ​ທິ​ການ​ໃຫຍ່​ສູນ​ຈີນ​ອາ​ຊຽນ​ຊີ້​ອອກວ່າ, ສະ​ມາ​ຄົມ​ມະ​ຫາ​ວິ​ທະ​ຍາ​ໄລ​ຈີນ​ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ, ແມ່ນ​ມາດ​ຕະ​ການ​ອັນ​​ສຳ​ຄັນ​ອີກ​ອັນ​ໜຶ່ງ​ເພື່ອ​ລົງ​ເລິກ​ການ​ແລກ​ປ່ຽນ​ມິດ​ຕະ​ພາບແລະ​ການ​ຮ່ວມ​ມື​​ທີ່ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ຝ່າຍ. ເຊື່ອ​ໝັ້ນ​ວ່າ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່​ເປັນ​ສະ​ມາ​ຊິກ​ສະ​ມາ​ຄົມ​ດັ່ງ​ກ່າວ​ສາ​ມາດ​ນຳ​ໃຊ້​​ເວ​ທີ​ນີ້​ຢ່າງ​ເຕັມ​ສ່ວນ, ຮ່ວມ​​ກັນຍົກລະ​ດັບດ້ວຍ​ການ​ອົບ​ຮົມ​ຝຶກຜູ່​ທີ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ປະ​ດິດ​ສ້າງ​ໃໝ່, ​ຮ່ວມ​ກັນຊຸກ​ຍູ້​ການ​ພັດ​ທະ​ນາການ​ສອນ, ການ​ປິ່ນ​ປົວ, ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ຜະ​ລິດ​ຕະ​​ໃຫ້​ເຊື່ອມ​ໂຍງ​ເຂົ້າ​ກັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ສຸ​ຂະ​ພາບ​ຈີນ​ອາ​ຊຽນ.

ຄຳ​ເຫັນ

0