郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ທ​ຣຳ: ຫວັງ​ໃຫ້​ຕວກ​ກີ​ແລະ​ຊີ​ຣີ​ແກ້​ໄຂ​ບັນ​ຫາ​ກັນເອງ

2019-10-17 19:03:45 cri

   ​ ​​​ໃນ​ກໍ​ລະ​ນີ​ທີ່​ຕວກ​ກີ​ສົ່ງ​ທະ​ຫານ​ຮຸກ​ຮານ​ຊີ​ຣີ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ກ່າວ​ຢູ່​ທຳ​ນຽບ​ຂາວ​ໃນວັນ​ທີ 16 ​ຕຸ​ລານີ້ວ່າ, ຫວັງ​ໃຫ້​ຕວກ​ກີ​ແລະ​ຊີ​ຣີ​ແກ້​ໄຂ​ບັນ​ຫາ​ກັນ​ເອງ, ສ່ວນ​ອາ​ເມ​ລິ​ກາ​ຄວນ​​ຖອນອອກ​ຈາກ​ສົງ​ຄາມ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດນີ້.

   ທ່ານ​ທ​ຣຳ​ກ່າວ​ວ່າ, ອາ​ເມ​ລິ​ກາ​ຈະ​ສົ່ງ​ຄະ​ນະ​ຜູ້​ແທນ​ທີ່ນຳໂດຍ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄປ​ເຈ​ລະ​ຈາ​ກັບຕວກ​ກີ, ທ່ານ​ພົມ​ເ​ພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກໍ​ຈະ​​ຣ່ວມ​ເດີນ​ທາງ​ໄປ​ນຳ. ຂະ​ນະ​ດຽວ​ກັນ,ອາ​ເມ​ລິ​ກາ​ໄດ້​​ຂວ້ຳ​ບາດ​ຢ່າງ​ຂະ​ໜາດ​ໃຫຍ່​ຕໍ່​ຕວກ​ກີ, ແລະ​ຈະ​ສືບ​ຕໍ່​ທຳ​ການຂວ້ຳ​ບາດຫຼາຍກວ່າ​ເກົ່າ.

   ຕອນ​ຄ່ຳ​ວັນ​ທີ 16 ຕຸ​ລານີ້ ກະ​ຊວງ​ການ​ຕ່າງ​ປ​ະ​ເທດ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼງ​ການ​ໂດຍ​ກ່າວ​ວ່າ, ທ່ານພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານເມ​ລູດ ຄາ​ວູ​ໂຊ​ໂກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຕວກ​ກີ​ໃນ​ວັນ​ທີ15ຕຸ​ລານີ້. ອາ​ເມ​ລິ​ກາ​ກ່າວ​ເນັ້ນ​ວ່າ:ຕົນວ່າ​ຄັດ​ຄ້ານການ​ກະ​ທຳ​ທາງ​ການ​ທະ​ຫານ​ຂອງ​ຕວກ​ກີ,ແລະ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຕວກ​ກີ​​ຢຸດ​ຕິ​ການ​ຮຸກ​ຮານເຂົ້າ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ຣີ, ຟື້ນ​ຟູ​ການ​ສົນ​ທະ​ນາ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ຣີ.

ຄຳ​ເຫັນ

0