李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນອອກ​ຖະ​ແຫຼງ​ການ ກ່ຽວ​ກັບ​ສະ​ພາ​ຕ່ຳ​ ​ອາ​ເມ​ຣິ​ກາຮັບ​ຮອງ “​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງ​​ຮົງ​ກົງ​ປີ 2019”

2019-10-17 16:04:54 cri

ວັນ​ທີ 16 ຕຸ​ລາ​ນີ້, ກຳ​ມາ​ທິການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້ອອກ​ຖະ​ແຫຼງ​ການ ກ່ຽວ​ກັບ​ສະ​ພາ​ຕ່ຳ​​ອາ​ເມຣິ​ກາ ຮັບ​ຮອງ “ກົດ​ໝາຍ​ວ່າ​ດ້ວຍ​​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຮົງ​ກົງ​ປີ 2019”. ໂດຍ​ກ່າວ​ວ່າ:

ວັນ​ທີ 15 ຕຸ​ລາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ພາ​ຕ່ຳ​ອາ​ເມຣິ​ກາ​ໄດ້ຮັບ​ຮອງ  “ກົດ​ໝາຍ​ວ່າ​ດ້ວຍ​​​​ສິດ​ທິ​ມະ​ນຸດ​ແລະ​ປະ​ຊາ​ທິ​ປະ​ໄຕ​ຂອງຮົງ​ກົງ​ປີ 2019” ທີ່​ສະ​ເໜີ​ໂດຍ​ສະ​ມາ​ຊິກ​ສະ​ພາ​ສ່ວນ​ໜ້ອຍ, ເຊິ່ງ​ເປັນ​ການ​ແຊກ​ແຊງວຽກ​ງານ​ຮົງ​ກົງ​ຢ່າງ​​ບັງ​ອາດ, ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ປ່າ​ເຖື່ອນ. ສະ​ພາ​ປະ​ຊາ​ຊົນ​ແຫ່​ງ​ຊາດ​ຈີນ​ສະ​ແດງ​ການ​ກ່າວ​ປະ​ນາມ​ຕໍ່​ເລື່ອງ​ນີ້​ຢ່າງ​ຮຸນ​ແຮງ, ແລະ​ສະ​ແດງ​ການ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ.

ເຂດ​ຮົງ​ກົງ​ແມ່ນ​​ດິນ​ແດນຂອງ​ຈີນ, ວຽກ​ງານ​ຂອງ​ເຂດ​ຮົງ​ກົງ​​ກໍແມ່​ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ວຽກ​ງານ​ຂອງ​ເຂດ​ຮົງ​ກົງ​ເດັດ​ດ່ຽວ​​ຈະ​ບໍ່​ອະ​ນຸ​ຍາດ​​ໃຫ້​ຕ່າງ​ປະ​ເທດ​ໃດໆ​ມາ​ແຊກ​ແຊງ. ຝ່າຍ​ຈີນ​ຮຽກ​ຮ້ອງ​ຢ່າງ​ແຮງ​ກ້າ ໃຫ້​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ແລະ​ນັກ​ເລັງ​ການ​ເມືອງອ​າ​ເມຣິ​ກາ​ຈຳ​ນວນ​ໜຶ່ງ ​ຈົ່ງ​ຢຸດ​ຕິການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ເຂດ​ຮົງ​ກົງ​ໃນ​ທັນ​ທີ, ເຄົາ​ລົບ​ຫຼັກ​​ການ​ພື້ນ​ຖານ​ຂອງ​ກົດ​ໝາຍ​ສາ​ກົນ​ແລະ​ການ​ພົວ​ພັນ​ສາ​ກົນ, ຢຸດ​ຕິ​ການ​ຊຸກ​ຍູ້​ການ​ພິ​ຈາ​ລະ​ນາ​ຮ່າງ​ຍັດ​ຕິ​​ທີ່ກ່ຽວ​ພັນ​ກັບເຂດ​ຮົງ​ກົງ​ໃນ​ທັນ​ທີ, ຈົ່ງທີ່​ມີ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ໄລ​ຍະ​ຍາວ​ແລະ​ຜົນ​ປະ​ໂຫຍດ​ຕົ້ນ​ຕໍ​ຂອງ​ສອງ​ປະ​ເທດ​ຈີນ​-ອາ​ເມ​ຣິ​ກາ.

ຄຳ​ເຫັນ

0