ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ16ຕຸລານີ້ ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ເປີດເຜີຍບົດລາຍງານຄວາມໝັ້ນຄົງດ້ານທະນາຄານທົ່ວໂລກສະບັບຫຼ້າສຸດໂດຍກ່າວວ່າ, ໃນເວລາເຄິ່ງປີມານີ້ ເງື່ອນໄຂດ້ານການທະນາຄານໃນທົ່ວໂລກໄດ້ຮັບການຜ່ອນຄາຍຕື່ມອີກ, ເຖິງວ່າເປັນການຄ້ຳຊູຕໍ່ເສດຖະກິດໃນໄລຍະສັ້ນກໍຕາມ, ແຕ່ພັດເພີ່ມຄວາມອ່ອນແອໃຫ້ຕະຫຼາດການທະນາຄານຂອງບາງປະເທດຂຶ້ນຕື່ມ. ບັນດາປະເທດຄວນໃຊ້ການກະທຳ, ຫຼຸດຄວາມອ່ອນແອທາງທະນາຄານໃຫ້ໜ້ອຍລົງ.
ບົດລາຍງານສະບັບນີ້ຊີ້ໃຫ້ເຫັນວ່າ, ຍ້ອນຕະຫຼາດການທະນາຄານໄດ້ຮັບຜົນສະທ້ອນຈາກສະຖານະການຄວາມເຄັ່ງຕຶງທາງການຄ້າແລະຄວາມບໍ່ໝັ້ນໃຈຕໍ່ ອະນາຄົດຂອງເສດຖະກິດໂລກ, ເສດຖະກິດຊຸດໂຊມລົງແລະຄວາມສ່ຽງເພີ່ມຂຶ້ນນັ້ນ ໄດ້ຊຸກຍູ້ໃຫ້ກຸ່ມເສດຖະກິດຕົ້ນຕໍໃນທົ່ວໂລກໃຊ້ນະໂຍບາຍເງິນຕາທີ່ຜ່ອນຄາຍກວ່າເກົ່າ. ການທີ່ຜ່ອນຄາຍເງື່ອນໄຂດ້ານການທະນາຄານເປັນການກະຕຸ້ນເສດຖະກິດໃນໄລຍະສັ້ນໆ, ແຕ່ຂະນະດຽວກັນກໍເຮັດໃຫ້ຄວາມສ່ຽງດ້ານການທະນາຄານເພີ່ມຂຶ້ນ, ເຊິ່ງສ້າງຄວາມອ່ອນແອໃຫ້ບາງປະເທດແລະຂະແໜງການເພີ່ມຂຶ້ນຕື່ມ.
ຄຳເຫັນ
0