ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຫຼັງຈາກເສັ້ນທາງລົດເມຈຸ່ງກິ່ງ-ອາຊຽນເປີດບໍລິການເປັນເທື່ອທຳອິດໃນເດືອນເມສາປີ 2016 ເປັນຕົ້ນມາ, ໄດ້ຂະຫຍາຍອອກເປັນ 6 ສາຍແລ້ວ, ແລະປົກຄຸມທົ່ວແຫຼມອິນດູຈີນ; ມາຮອດວັນທີ 30 ກັນຍາ 2019, ໄດ້ແລ່ນລົດທັງໝົດ 1652 ຖ້ຽວ, ສາມາດຂົນສົ່ງໄດ້ປະມານ 16,2 ພັນໂຕນ, ຍອດມູນຄ່າສິນຄ້າປະມານ 1,3 ຕື້ຢວນ. ຄາດວ່າຮອດທ້າຍປີ 2019, ລົດເມອາຊຽນຈະແລ່ນລົດໄດ້ທັງໝົດ 1000 ຖ້ຽວຕໍ່ປີ, ບັນລຸມູນຄ່າສິນຄ້າ 600 ລ້ານຢວນຕໍ່ປີ.
ຕາມແຫຼ່ງຂ່າວແຈ້ງວ່າ, ເມືອງປານານຂອງນະຄອນຈຸ່ງກິ່ງໄດ້ເຊັນສັນຍາຮ່ວມມືຍຸດທະຍາດກັບກຸ່ມ YCH ແລະບໍລິສັດ Y3 ເຊິ່ງເປັນວິສາຫະກິດຂົນສົ່ງສິນຄ້າທີ່ນຳໜ້າຂອງສິງກະໂປ, ດ່ານລົງປ່າງຂອງເຂດກວາງຊີເປັນຕົ້ນ, ເຊິ່ງເປັນການຮ່ວມກັບສ້າງ “ ໜຶ່ງແລວໜຶ່ງເສັນທາງ” ດ້ວຍການປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.
ຄຳເຫັນ
0