曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາຄວາມໝັ້ນຄົງ ສປຊ ຈັດການປຶກສາຫາລືແບບປິດປະຕູກ່ຽວກັບສະພາບການຢູ່ຊີຣີ

2019-10-17 16:12:17 cri

ວັນ​ທີ 16 ຕຸ​ລາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ການ​ປຶກ​ສາ​ຫາ​ລື​​ແບບ​ປິດ​ປະ​ຕູ​ຢູ່​ສຳ​ນັກ​ງານ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ທີ່ນິວຢອກ.

 ບັນ​ດາ​ຝ່າຍ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື, ທ່ານ​​ເຈ​ຣີ ມາ​ຕີ​ລາ ປະ​ທານ​​ໝູນ​ວຽນ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ຜູ້​ຕາງ​ໜ້າ​​ຖາ​ວອນ​ຂອງ​ປະ​ເທດອາ​ຟຼິ​ກາ​ໃຕ້ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ປະ​ທານພາຍ​ຫຼັງ​ກອງ​ປະ​ຊຸມ, ​ໂດຍກ່າວ​ວ່າ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ເອົາ​ໃຈ​ໃສ່​ຕິດ​ຕາມ​ຕໍ່​ຄວາມ​ສ່ຽງ​ທີ່​ກໍ່​ການ​ຮ້າຍ​ໃນເຂດ​ຕາ​ເວັນ​ອອກ​ສຽງ​ເໜືອ​​ຂອງ​ຊີ​ຣີ​ຈະ​ແຕກ​ໜີໄປ​ແຫ່ງ​ຕ່າງໆ​, ແລະ​ສະ​ພາບ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ຊີ​ຣີ​ອາດ​ຈະ​ຮ້າຍ​ລົງ​ຕື່ມ​ອີກ.

ການ​ປຶກ​ສາ​ຫາ​ລື​ເທື່ອ​ນີ້​ແມ່​ນ​ຈັດ​ຂຶ້ນ​ຕາມ​ຄຳ​ຮຽກ​ຮ້ອງຂອງ​ປະ​ເທດ​​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ມາ​ຈາກ​ສະ​ຫະ​ພາບ​ເອີ​ລົບ ​ເຊັ່ນ: ​ອັງ​ກິດ ຝ​ຣັ່ງ ເຢຍ​ລະ​ມັນ ແບນ​ຊິກ​ແລະ​ໂປ​ໂລຍ. ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ຮັບ​ຟັງ​ລາຍ​ງານ​ກ່ຽວ​ກັບສະ​ພາບ​​ການ​ຈາກ​ເລ​ຂາ​ທິ​ການ​ໃຫຍ່​ຊ່ວຍ​ວຽກ​ງານ​ອາ​ຊີ​ປາ​ຊີ​ຟິກ​ແລະ​ຕາ​ເວັນ​ອອກ​ກາງແລະ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ວຽກ​ງານ​ມະ​ນຸດ​ສະ​ທຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​.

ຄຳ​ເຫັນ

0