吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ເວ​ທີ​ປຶ​ກ​ສາ​ຫາ​ລື​ສາ​ກົນ​ວ່າ​ດ້ວຍ​ການ​ລົດ​ລ້າງ​ຄວາມ​ທຸກ​ຍາກ​​ຂອງ​ຈີນ2019ຢູ່​ປັກ​ກິ່ງ

2019-10-17 10:46:51 CRI

图片默认标题_fororder___172.100.100.3_temp_9500041_1_9500041_1_1_9784713b-819f-4015-812c-0e0577e0e7ea

     ຕາມ​ຂ່າວCRI: ວັນ​ທີ 17 ຕຸ​ລາ​ແມ່ນ​ວັນ​​ລົບ​ລ້າງ​ຄວາມ​ທຸກ​ຍາກ​ຈີນ, ​ທັງ​ແມ່ນ​ວັນ​ລົບ​ລ້າງ​ຄວາມ​ທຸກ​ຍາກ​ສາ​ກົນ. ວັນ​ທີ 16 ຕຸ​ລາ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນ​ວ່າ​ດ້ວຍ​ການ​ລົບ​ລ້າງ​ຄາວມ​ທຸກ​ຍາກ​​ຂອງ​ຈີນ​ 2019 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ​ຜູ້​ຕ້າງ​ໜ້າ​ຂອງ​ຈີນ ແລະ ຕ່າງ​ປະ​ເທດ 200 ກວ່າ​ທ່ານ​ທີ່​ມາ​ຈາກ 13 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ 30 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້ ເພື່ອ​​ປຶກ​ສາຫາ​ລື​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ ເຊັ່ນ, ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ຈີນ​ເປັນ​ບົດ​ຮຽນ​ໃຫ້​​ໂລກ​ໃນ​ການ​​ລົບ​ລ້າງ​ຄວາມ​ທຸກ​ຍາກ​, ແຜນ​ການ​ຂອງ​ຈີນ​ກ່ຽວ​ກັບ​ການຊຸກ​ຍູ້​ໂລກ​ບັນ​ລຸ​ເປົ້າ​ໝາຍ​ທີ່​ປາ​ສະ​ຈາກ​​ຄວາມ​ອຶດ​ຫິວ ແລະ ປາ​ສະ​ຈາກ​ຄວາມ​ທຸກ​ຍາກ​ເປັນ​ຕົ້ນ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ລົບ​ລ້າງ​ຄວາມ​ທຸກ​ຍາກ ແລະ ​ພັດ​ທະ​ນາ​ດ້ວຍ​ຈິດ​ໃ​ຈ​ຊົມ​ໃຊ້​ຮ່ວມ​ກັນ ແລະ ຊົມ​ໃຊ້​ແຜນ​ການ​ຂອງ​ຈີນ ແລະ ສະ​ຕິ​ປັນ​ຍາ​ຂອງ​ຈີນ.
     ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​​ຮ່ວມກັນ​ຈັດ​ຂຶ້ນ​ໂດຍ​ສູນ​ຖະ​ແຫຼງ​ຂ່າວ​ອິນ​ເຕີ​ເນັດ​ຈີ​ນ, ສູນ​​ລົບ​ລ້າງ​ຄວາມ​ທຸກ​ຍາກ​ສາ​ກົນ​ຈີນ, ທະ​ນາ​ຄານ​ໂລກ, ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ, ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດສະ​ຫະ​ປະ​ຊາ​ຊາດ ຫຼື FAO, ກອງ​ທຶ​ນ​ພັດ​ທະ​ນາ​ກະ​ສິ​ກຳ​ສາ​ກົນ ແລະ ອົງ​ການ​ແຜນ​ການ​ທັນ​ຍາ​ຫານ​ໂລກ​ຂອງ​ສະ​ຫະ​ປະ​ຊາ​
ຊ​າດ.

图片默认标题_fororder___172.100.100.3_temp_9500041_1_9500041_1_1_238342c3-9bea-4c8f-a933-d608489fb901

图片默认标题_fororder___172.100.100.3_temp_9500041_1_9500041_1_1_8eebd2e5-7149-4d1b-a37a-a86874950b69

图片默认标题_fororder___172.100.100.3_temp_9500041_1_9500041_1_1_a170a8f9-e714-4c11-8bfd-14e28d059158

 

ຄຳ​ເຫັນ

0