吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດ​ໄຟໃຕ້​ດິນ​ທີ່​ຈີນ​ຜະ​ລິດ​ເລີ່ມ​​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການຢູ່​ອິນ​ເດຍ

2019-10-17 10:33:11 cri

图片默认标题_fororder___172.100.100.3_temp_9500049_1_9500049_1_1_e751d282-db0e-4f83-b4e6-797d8dfeef47

    ວັນ​ທີ 16 ຕຸ​ລາ​ນີ້, ບໍ​ລິ​ສັດ​ລົດ​ໄຟ​ຕ້າ​ລຽນຈຳ​ກັດ​ CRRC ແຈ້ງ​ໃຫ້​ຮູ້​ວ່າ, ລົດ​​ໄຟໃຕ້​ດິນ​ສາຍ​ຕາ​ເວັນ​ອອກ​-ຕາ​ເວັນ​ຕົກຂອງ​​ເມືອງນາ​ກ​ພົວ​ຂອງອິນ​ເດຍ​ເລີ່ມ​​ໃຫ້​ບໍ​ລິ​ການຢ່າງ​ເປັນ​ທາງ​ການ​ໃນ​​ເມື່ອ​ບໍ່​ດົນ​ມາ​ນີ້. ລົດ​ໄຟ​ໃຕ້​ດິນສາຍ​ນີ້​ຄົ້​ນ​ຄວ້າ​ຜະ​ລິດ​ໂດຍ​ບໍ​ລິ​ສັດ​ລົດ​ໄຟ​ຕ້າ​ລຽນ CRRC , ​ລົດ​ໄຟ​ໃຕ້​ດິນ​ເສັ້ນ​ທາງ​ໃໝ່​ຈະ​ອຳ​ນວຍ​ຄວາມ​ສະ​ດວກໃຫ້​ແກ່​ປະ​ຊາ​ຊົນ​ເມືອງ​ນາ​ກ​ພົວ​​ຂອງ​ອິນ​ເດຍຢ່າງ​ຫຼວງ​ຫຼາຍ.
     ລົດ​ໄຟໃຕ້​ດິນ​ນາ​ກ​ພົວ​ຂ​ອງອິນ​ເດຍ​​ມີ​ໄລ​ຍະ​ທາງ 38, 215 ກິ​ໂລ​ແມັດ, ​ມີຄວາມ​ໄວ​ສູງ​ສຸດ​ຕາມ​ການ​ອອກ​ແບບ​ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ສາ​ມາດ​ບັນ​ທຸກ​ຜູ້​ໂດຍ​ສານ​ໄດ້​ຫຼາຍກວ່າ 974 ຄົນ​ຕໍ່​ຖ້ຽວ.

     ບໍ​ລິ​ສັດ​ລົດ​ໄຟ​ຕ້າ​ລ​ຽນ​ກ່າ​ວວ່າ, ໂດຍ​ຖື​ເອົາ​ໂອ​ກາດ​ການພັດ​ທະ​ນາ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ບໍ​ລິ​ສັດ​ໄດ້​ເຊັນ​ສັນ​ຍາ​ສົ່ງ​ອອກ​​ລົດ​ໄຟກັບ 25 ປະ​ເທດ ແລະ ເຂດ​ແຄວ້ນ​ແລ້ວ.

ຄຳ​ເຫັນ

0