黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແມ່ນ​ກຳລັງ​ຮັກ​ສາຄວາມ​ໝັ້ນ​ຄົງ​ດ້ານທັນ​ຍາ​ຫານ​​ຂອງ​ໂລກ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ

2019-10-17 10:19:47 cri

ລັດ​ຖະ​ບານ​ຈີນ​ໄດ້​ອອກ “​ປື້ມ​ປົກ​ຂາ​ວ​ວ່າ​ດ້ວຍຄວາມ​ໝັ້ນ​ຄົງ​ດ້ານທັນ​ຍາ​ຫານ​ຂອງ​ຈີນ” ໃນ​ວັນ​ທີ 14 ຕຸ​ລາ​ນີ້, ​ໂດຍໄດ້​​ອະ​ທິ​ບາຍ​ຍຸດ​ທະ​ສາດ​ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ​ຂອງ​ຈີນ​ຕື່ມ​ອີກ, ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປະ​ກອບ​​ສ່ວນຢ່າງ​ຕັ້ງ​ໜ້າ​ຂອງ​ຈີນ​ໃນ​​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ.

​ປື້ມ​ປົກ​ຂາວ​ລະ​ບຸ​ວ່າ, ປະ​ຊາ​ຊົນ​ຈີນ 1,4 ຕື້​ຄົນ​ບໍ່​ພຽງ​ແຕ່​ບໍ່​ໄດ້​ເປັນພາ​ລະ​ຕໍ່​ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ​ເທົ່າ​ນັ້ນ, ຍິງກວ່າ​ນັ້ນ​ຍັງ​ໄດ້​ສ້າງ​ຄວາມ​ອັດ​ສະ​ຈັນ​ທີ່​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ​ຂອງ​ປະ​ເທດ​ທີ່​ມີ​ປະ​ຊາ​ກອນ​ຫຼາຍກວ່າ​ໝູ່​​ໃນ​ໂລກ​ດ້ວຍ​ຊັບ​ພະ​ຍາ​ກອນ​ທີ່​ມີ​ຈຳ​ກັດ. ຈີນ​ໄດ້​ກຳ​ນົດ​ເສັ້ນ​ທາງ​ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ປື້ມ​ປົກ​ຂາວ​ເໜັ້ນ​ໜັກ​ວ່າ, ​ຈີນໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​​ມີ​ປະ​ຊາ​ກອນ 1 ສ່ວນ 5 ຂອງ​ໂລກ, ການ​ທີ່​ກຸ້ມ​ຕົນ​ເອງທາງ​ດ້ານ​ທັນ​ຍາ​ຫານ​ກໍ​ແມ່ນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ຕໍ່​ໂລກ. ​ໃນ​ຂະ​ນະ​ທີ່​ຈີນ​ເອົາ​ໃຈ​ໃສ່ການ​ພັດ​ທະ​ນາ​​ປະ​ເທ​ດ້ວຍ​ຄວາມ​ສາ​ມາດ​ຂອງຕົນ​ນັ້ນ, ຈີນ​ຍັງ​ໄດ້​ເພີ່ມ​ທະ​ວີ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະໄດ້​ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ຄວາມ​ໝັ້ນ​ຄົງ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ​ອີກ​ດ້ວຍ, ນີ້​ສາ​ມາດ​ຢືນ​ຢັນ​​ໄດ້ວ່າ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ໃນ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ອິດ​ຫິວ​ຂອງ​ໂລກ.

ຄຳ​ເຫັນ

0