郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ໄນ​ໂຣ​ບີ-ມາ​ລາ​ບາ​ປະ​ເທດ​ເຄນ​ຢາ​ໄລ​ຍະ​ທີ1​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ

2019-10-17 19:06:38 cri

   ທາງ​ລົດ​ໄຟ​ໄນ​ໂຣ​ບີ-ມາ​ລາ​ບາ​ປະ​ເທດ​ເຄນ​ຢາໄລ​ຍະ​ທີ1ທີ່​ຮັບ​ເໝົາ​ກໍ່​ສ້າງ​ໂດຍ​ວິ​ສາ​ຫະ​ກິດ​ຈີນ​ໄດ້​ສ້າງ​ສຳ​ເລັດ​ແລະໃຫ້​ບໍ​ລິ​ການຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ16ຕຸ​ລານີ້.

   ທາງ​ລົດ​ໄຟ​ໄນ​ໂຣ​ບີ-ມາ​ລາ​ບາ​ໄລ​ຍະ​ທີ1 ເລີ່ມ​ແຕ່​ໄນ​ໂຣ​ບີ​ຫາ​ເນ​ວາ​ຊາ ​ມີ​ໄລ​ຍະ​ທາງ​​​ປະ​ມານ120ກິ​ໂລ​ແມັດ, ບໍ​ລິ​ສັດ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ​ເປັນ​ຜູ້​ອອກ​ແບບ,ຈັດ​ຊື້ ແລະກໍ່​ສ້າງ, ​ຄວາມ​ໄວ​ຂອງ​​ລົດ​ໄຟ​ໂດຍ​ສານ​ແມ່ນ120ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ສ່ວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​​ມີ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

   ທາງ​ລົດ​ໄຟ​​ໄນ​ໂຣ​ບີ-ມາ​ລາ​ບາ ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ມົງ​ບາ​ຊາ-​ໄນ​ໂຣ​ບີໃນທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ເ​ຄນ​ຢາ, ຈຸດເລີ່ມ​ຕົ້ນ​ຢູ່​ນະ​ຄອນ​ຫຼວງ​​ໄນ​ໂຣ​ບີ, ຈຸດ​ສິ້ນ​ສຸດ​ຢູ່​ເມືອງ​ມາ​ລາ​ບາ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ເ​ຄນ​ຢາ, ມີ​ໄລ​ຍະ​ທາງ​​​​ທັງ​ໝົດ 487,5 ກິ​ໂລ​ແມັດ. ໂຄງ​ການ​ທາງ​ລົດ​ໄຟ​ໄນ​ໂຣ​ບີ-ມາ​ລາ​ບາ​ແມ່ນກໍ່​ສ້າງ​ເປັນ3ໄລ​ຍະ.

ຄຳ​ເຫັນ

0